Thursday, November 29, 2012

ລັດຖະບານແຈ້ງການໃຫ້ທົ່ວປະເທດສະຫລອງວັນຊາດ​ທີ 2 ທັນວາດ້ວຍ​ບັນຍາກາດ​ຟົດ​ຟື້ນ


         ຫ້ອງ​ວ່າການ​ລັດຖະບານ​ ໄດ້​ອອກ​ແຈ້ງ​ການ​ເຖິງ​ບັນດາ​ດາ​ລັດຖະມົນຕີ​ວ່າການ, ຫົວໜ້າອົງການ​ທຽບ​ເທົ່າ​ ອ້ອມ​ຂ້າງ​ສູນ​ກາງ, ທ່ານ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ ​ແລະ ບັນດາທ່ານ​ເຈົ້າ​ແຂວງ ຕະຫລອດ​ເຖິງ​ອຳ ນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໃຫ້​ພ້ອມ​ກັນ​ດຳ​ເນີນ​ການສະ​ເຫລີ​ມສະຫລອງ​ວັນຊາດ​ທີ 2 ທັນວາ ຄົບ ຮອບ 37 ປີ (2/12/1975-2/21/ 2012) ​ໃຫ້​ມີ​ບັນຍາກາດ​ຟົດຟື້ນປະຕິວັດ, ​ເຕັມ​ໄປ​ດ້ວຍ​ເນື້ອ​ໃນ ​ແລະ ມີ​ຄວາມໝາຍ​ເລິກ​ເຊິ່ງ, ທັງ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​​ໂດຍຖື​ເອົາ​ເນື້ອ​ໃນ​ສຳຄັນໃນ​ການ​ປຸກລະດົມ​ຂະ​ບວນການ​ເຄື່ອນ​ໄຫວ ປະຕິບັດໜ້າທີ່​ວຽກງານ​ຕ່າງໆຂອງ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ.

          ຫ້ອງ​ວ່າການ​ລັດຖະບານ ​ໄດ້​ເນັ້ນ​ໃຫ້​ບັນດາ​ກະຊວງ, ອົງ ການ, ນະຄອນຫລວງ ​ແລະ ບັນ ດາ​ແຂວງ ໃນທົ່ວ​ປະ​ເທດ ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ ມູນ​ເຊື້ອວັນ ຊາດ​ທີ 2 ທັນວາ ຕິດ​ພັນ​ກັບ​ກິດ ຈະກຳ​ທີ່​ຈຳ​ເປັນ ​ແລະ ມີ​ເງື່ອນ​ໄຂ​ຢູ່​ໃນ​ແຕ່​ລະ​ບ່ອນ​ ເຊັ່ນ: ການຈັດ ຕັ້ງ​ເຜີຍ​ແຜ່ຮ່ຳຮຽນ​ມູນ​ເຊື້ອ ​ແລະ ຄວາມໝາຍສຳຄັນ​ຂອງ​ວັນ​ປະ​ຫວັດ​ສາດ​ດັ່ງກ່າວ ​ໃຫ້​ພະນັກ​ງານ, ສະມາຊິກ​ພັກ, ປະຊາຊົນ ​ແລະ ຊັ້ນຄົນ​ຕ່າງໆ ​ໄດ້​ຮັບ​ຮູ້​​ເຊື່ອມ​ຊຶມຢ່າງ​ເລິກ​ເຊິ່ງ ຕິດ​ພັນ​ກັບ​ການ​ສະຫລຸບຕີ​ລາຄາ ສະ ພາບການ​ເຄື່ອນ​ໄຫວປະຕິບັດ​ວຽກງານ​ໃນ 1 ປີຜ່ານມາ ຂອງ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ ພ້ອມ​ທັງ​ວາງ​ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ໃນຕໍ່ໜ້າ. ສ້າງ​ຂະ​ບວນການ​ເຄື່ນ​ອ​ໄຫວ​ລວມກັບ​ທີ່​ ເຊັ່ນ: ການ​ອອກ​ແຮງ ງານ​ອະນາ​ໄມ​ລວມ​ໃນ​ຕົວ​ເມືອງ ​ແລະ ສະຖານ​ທີ່​ສາທາລະນະ​ໃຫ້​ມີ​ຄວາມ​ເປັນ​ລະບຽບສວຍ​ງາມ; ຈັດຕັ້ງ​ໃຫ້ການ​ນຳ​ພັກ​-ລັດຂັ້ນ ຕ່າງໆ, ລວມທັງ​ອົງການ​ຈັດຕັ້ງ ຊາວໜຸ່ມ,​ ເຍົາ ວະ​ຊົນ, ​ແມ່ຍິງ ​ໄປ​ວາງ​ພວງ​ມາລາ ຫລື​ ກະຕ່າ​ດອກ​ໄມ້ ຢູ່​ອະນຸສາ​ວະລີ​ນັກຮົບ​ນິລະ ນາມ, ອະນຸສອນ​ສະຖານ ປະ ທານ​ ໄກສອນ ພົມວິຫານ ​ແລະ ​ເຂົ້າ​ຊົມ​ສະຖານ​ດັ່ງກ່າວ​ ຊອກ​ຮູ້​ປະຫວັດສາດ​ໃຫ້​ຄົນ​ລຸ້ນຫລັງ.
          ສຳລັບ​ຂະ​ແໜງຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ຄະ​ໂຄສະນາ​ອົບຮົມ​ຕ່າງໆ ​ໃຫ້​ເອົາ​ໃຈ​ໃສ່​ໂຄສະນາ​ເຜີຍ​ແຜ່​ມູນ​ເຊື້ອ, ພາລະ​ກຳ​ປະຫວັດສາດ​ຂອງ​ພັກ, ຜົນສຳ​ເລັດ​ຂອງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດ ທະນາ​ປະ​ເທດ​ຊາດ ຕະຫລອດ​ໄລຍະ 37 ປີຜ່ານມາ ​ໂດຍ​ຜ່ານ​ສື່​ມວນ​ຊົນ ຫລື ​ໂຄສະນາ​ທາງ​ປາກ​ເປົ່າ​ຕາມ​ຄວາມ​ເໝະສົມ. ​ໃຫ້​ມີ​ການ​ປັກ​ທຸງຊາດ​ຕາມ​ສຳນັກ ງານ​ອົງການ​ຕ່າງໆ ​ແລະ ​ເຮືອນ​ປະຊາຊົນ​ຕາມ​ຄວາມ​ເໝາະສົມ ​ແລະ ກຳນົດ​ເອົາ​ວັນ​ຈັນທີ 3 ທັນ ວາ 2012 ​ເປັນ​ວັນພັກ​ທົດ​ແທນ.


ລັດຖະບານແຈ້ງການໃຫ້ທົ່ວປະເທດສະຫລອງວັນຊາດ​ທີ 2 ທັນວາດ້ວຍ​ບັນຍາກາດ​ຟົດ​ຟື້ນ


         ຫ້ອງ​ວ່າການ​ລັດຖະບານ​ ໄດ້​ອອກ​ແຈ້ງ​ການ​ເຖິງ​ບັນດາ​ດາ​ລັດຖະມົນຕີ​ວ່າການ, ຫົວໜ້າອົງການ​ທຽບ​ເທົ່າ​ ອ້ອມ​ຂ້າງ​ສູນ​ກາງ, ທ່ານ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ ​ແລະ ບັນດາທ່ານ​ເຈົ້າ​ແຂວງ ຕະຫລອດ​ເຖິງ​ອຳ ນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໃຫ້​ພ້ອມ​ກັນ​ດຳ​ເນີນ​ການສະ​ເຫລີ​ມສະຫລອງ​ວັນຊາດ​ທີ 2 ທັນວາ ຄົບ ຮອບ 37 ປີ (2/12/1975-2/21/ 2012) ​ໃຫ້​ມີ​ບັນຍາກາດ​ຟົດຟື້ນປະຕິວັດ, ​ເຕັມ​ໄປ​ດ້ວຍ​ເນື້ອ​ໃນ ​ແລະ ມີ​ຄວາມໝາຍ​ເລິກ​ເຊິ່ງ, ທັງ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​​ໂດຍຖື​ເອົາ​ເນື້ອ​ໃນ​ສຳຄັນໃນ​ການ​ປຸກລະດົມ​ຂະ​ບວນການ​ເຄື່ອນ​ໄຫວ ປະຕິບັດໜ້າທີ່​ວຽກງານ​ຕ່າງໆຂອງ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ.

          ຫ້ອງ​ວ່າການ​ລັດຖະບານ ​ໄດ້​ເນັ້ນ​ໃຫ້​ບັນດາ​ກະຊວງ, ອົງ ການ, ນະຄອນຫລວງ ​ແລະ ບັນ ດາ​ແຂວງ ໃນທົ່ວ​ປະ​ເທດ ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ ມູນ​ເຊື້ອວັນ ຊາດ​ທີ 2 ທັນວາ ຕິດ​ພັນ​ກັບ​ກິດ ຈະກຳ​ທີ່​ຈຳ​ເປັນ ​ແລະ ມີ​ເງື່ອນ​ໄຂ​ຢູ່​ໃນ​ແຕ່​ລະ​ບ່ອນ​ ເຊັ່ນ: ການຈັດ ຕັ້ງ​ເຜີຍ​ແຜ່ຮ່ຳຮຽນ​ມູນ​ເຊື້ອ ​ແລະ ຄວາມໝາຍສຳຄັນ​ຂອງ​ວັນ​ປະ​ຫວັດ​ສາດ​ດັ່ງກ່າວ ​ໃຫ້​ພະນັກ​ງານ, ສະມາຊິກ​ພັກ, ປະຊາຊົນ ​ແລະ ຊັ້ນຄົນ​ຕ່າງໆ ​ໄດ້​ຮັບ​ຮູ້​​ເຊື່ອມ​ຊຶມຢ່າງ​ເລິກ​ເຊິ່ງ ຕິດ​ພັນ​ກັບ​ການ​ສະຫລຸບຕີ​ລາຄາ ສະ ພາບການ​ເຄື່ອນ​ໄຫວປະຕິບັດ​ວຽກງານ​ໃນ 1 ປີຜ່ານມາ ຂອງ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ ພ້ອມ​ທັງ​ວາງ​ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ໃນຕໍ່ໜ້າ. ສ້າງ​ຂະ​ບວນການ​ເຄື່ນ​ອ​ໄຫວ​ລວມກັບ​ທີ່​ ເຊັ່ນ: ການ​ອອກ​ແຮງ ງານ​ອະນາ​ໄມ​ລວມ​ໃນ​ຕົວ​ເມືອງ ​ແລະ ສະຖານ​ທີ່​ສາທາລະນະ​ໃຫ້​ມີ​ຄວາມ​ເປັນ​ລະບຽບສວຍ​ງາມ; ຈັດຕັ້ງ​ໃຫ້ການ​ນຳ​ພັກ​-ລັດຂັ້ນ ຕ່າງໆ, ລວມທັງ​ອົງການ​ຈັດຕັ້ງ ຊາວໜຸ່ມ,​ ເຍົາ ວະ​ຊົນ, ​ແມ່ຍິງ ​ໄປ​ວາງ​ພວງ​ມາລາ ຫລື​ ກະຕ່າ​ດອກ​ໄມ້ ຢູ່​ອະນຸສາ​ວະລີ​ນັກຮົບ​ນິລະ ນາມ, ອະນຸສອນ​ສະຖານ ປະ ທານ​ ໄກສອນ ພົມວິຫານ ​ແລະ ​ເຂົ້າ​ຊົມ​ສະຖານ​ດັ່ງກ່າວ​ ຊອກ​ຮູ້​ປະຫວັດສາດ​ໃຫ້​ຄົນ​ລຸ້ນຫລັງ.
          ສຳລັບ​ຂະ​ແໜງຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ຄະ​ໂຄສະນາ​ອົບຮົມ​ຕ່າງໆ ​ໃຫ້​ເອົາ​ໃຈ​ໃສ່​ໂຄສະນາ​ເຜີຍ​ແຜ່​ມູນ​ເຊື້ອ, ພາລະ​ກຳ​ປະຫວັດສາດ​ຂອງ​ພັກ, ຜົນສຳ​ເລັດ​ຂອງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດ ທະນາ​ປະ​ເທດ​ຊາດ ຕະຫລອດ​ໄລຍະ 37 ປີຜ່ານມາ ​ໂດຍ​ຜ່ານ​ສື່​ມວນ​ຊົນ ຫລື ​ໂຄສະນາ​ທາງ​ປາກ​ເປົ່າ​ຕາມ​ຄວາມ​ເໝະສົມ. ​ໃຫ້​ມີ​ການ​ປັກ​ທຸງຊາດ​ຕາມ​ສຳນັກ ງານ​ອົງການ​ຕ່າງໆ ​ແລະ ​ເຮືອນ​ປະຊາຊົນ​ຕາມ​ຄວາມ​ເໝາະສົມ ​ແລະ ກຳນົດ​ເອົາ​ວັນ​ຈັນທີ 3 ທັນ ວາ 2012 ​ເປັນ​ວັນພັກ​ທົດ​ແທນ.


ບໍລິສັດ ໄອທີລາວ ໄດ້ຮັບລາງວັນລະດັບອາຊຽນ


​       ວັນ​ທີ 29 ພະ​ຈິກ 2012 ​ຢູ່ສະມາຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດລາວ  ບໍລິສັດ​ລາວ​ໄອ​ທີ​ພັດທະນາ​ ຈຳກັດ ​ໄດ້​ຖະ​ແຫຼງຂ່າວຕໍ່​ສື່​ມວນ​ຊົນກ່ຽວ​ກັບ​ການ​ໄດ້​ຮັບ​ລາງວັນ​ລະ​ດັບ​ອາ​ຊຽນ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະໜຸກ ມີ​ໄຊ ຫົວໜ້າ​ສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ, ທ່ານ ສະ​ນິດ ຊາ​ຊາ​ພັກດີ ຫົວໜ້າ​ກົມ​ແຜນການ​ແລະ​ກາ​ນຮ່ວມ​ມີ​ກະຊວງ​​ໄປ​ສະນີ​ໂທ ລະ​ຄົມມະນາຄົມ​ແລະ​ການ​ສື​ສານ​ແລະ​ທ່ານ ທະນ​ົງສັກ ສຸກ​ສະ​ວັດ ປະທານ​ບໍລິສັດ​ລາວ​ໄອ​ທີ​ພັດທະນາ​ຈຳ​ກັດ. ທ່ານ​ ທະ​ນົງ​ສັກ​ສຸກ​ສະ​ວັດ ກ່າວ​ວ່າ: ໃນ​ວັນ​ທີ 15 ພະ ຈິກ​ 2012 ຜ່ານ​ມາ​ໃນ​ພິທີ​ສະ​ເຫຼີ​ມ ສະຫຼອງ​ເປີດ​ກອງ​ປະ​ຊຸມ ASEAN TELMIN 2012  ​ເຊິ່ງ​​ເປັນ​ກອງ​ປະຊຸມຂອງ​ຄະນະ​ລັດ ຖະມົນຕີ​ອາ​ຊ່ຽນ​ກ່ຽວ​ກັບ​ວຽກ​ງານ​ດ້ານ​ໂທລະ​ຄົມ ​ແລະ ​ໄອ​ທີ (ASEAN  Telecommunications and IT Minister  ່s Meeting )  ໂດຍ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ນີ້​
ໄດ້​ມີ​ການຈັດ​ແຂ່ງຂັນ​ຊີງ​ລາງວັນ​ພິ​ເສດ​ຂຶ້ນ​ມາ​​ເປັນ​ຄັ້ງ​ທຳ​ອິດ​ໂດຍ​ໃສ​່ຊື່ວ່າ  ASEAN  ICT  Awards  ​ເຊິ່ງ​ເປັນ​ລາງວັນ​ດ້ານ​ໄອ​ຊີ​ທີ ທີ່​ຈະ​ມອບ​ໃຫ້​ຫົວໜ້າ​ດ້ານ​ພາກ​ສ່ວນ​ທຸລະ​ກິດ, ບໍ​ລິ​ສັດ, ໜ່ວຍ​ງານ​ຕ່າງໆ ທີ່​ເຮັດ​ວຽກ​ງານ​ດ້ານ​ໄອ​ຊີ​ທີ​ທີ່​ມີ​ຜົນງານ​ພົ້ນ​ເດັ່ນ  ​ແລະ ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ກຸ່ມ​ສະມາຊິກ​ອາ​ຊຽນ​ເພື່ອ​ຢັ້ງຢືນ  ​ແລະ  ຍົກ​ສູງ​ຄຸນ​ນະພາ​ບ ວຽກ​ງານ​ໄອ​ຊີ​ທີ​ຂອງ​ອາ​ຊຽນ​ຂື້ນ.
​              ໃນ​ປີ​ທຳ​ອິດ​ຂອງ​ການ​ແຂ່ງຂັນ ​ໄດ້​ແບ່ງ​ອອກ​ເປັນ  5  ໝວດ​ໃຫຍ​່​ໂດຍ​ແຕ່ລະ​ໝວດ​​ແມ່ນ​ຄັດ​​ເອົາ 3 ທີ​ມສຸດ​ທ້າ​ຍ​ເຂົ້​າ​ໄປສະ​ເໜີ​ຜົນງານ  ​ແລະ ຕັດສິນ​ຜົນ ງານການ​ມອບ​ລາງວັນ​ເປັນ​ໂລ​ຄຳ, ​ເງິນ  ​ແລະ ທອງຕາມ​ລຳ​ວັບ​ເຊິ​່່ງ ສປປລາວ ​ເຮ​ົາກໍ​ມີ​ສອງ​ບໍ​ລິ​ສັດ​ທ່ີ​ສົ່ງ​ຜົນງານທີ​ຊື່​ວາ e-corner  Online Magazine ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ  ​ແລະ  ໜຶ່ງ​ໃນ​ນັ້ນ  ແມ່ນ​ບໍລິສັດ ລາວ​ໄອ​ທີ​ພັດທະນາ ຈຳກັດ ​ໄດ້​ສົ່ງ​ຜົນງານ​ເຂົ້າ​ຮ່ວມ​ແຂ່ງຂັນ ແລະ ສາມາ​ດຍາ​ດໄດ້ ລາງວັນອັນດັບໜຶ່ງໃນໝວດ Digital Content. ຖືວ່າເປັນບາດ ກ້າວໃໝ່ທ່ີສະແດງໃຫ້ເຫັນວ່າ ວຽກງານດ້ານໄອຊີທີໃນ ສປປ ລາວ ພວມກຳລັງຂະຫຍາຍໂຕ ແລະ ມີການພັດທະນາທຽບເທົ່າ ບັນດາປະເທດຕ່າງໆໃນພູມມິ ພາກອາຊຽນ. ບໍລິສັດໄອທີພັດ ທະນາຈຳກັດເກີດຈາກຄວາມຄິດຄົນໄວໜຸ່ມກຸ່ມໜຶ່ງທີ່ສົນໃຈເລື່ອງໄອທີຈຶ່ງໄດ້ຕົກລົງຮ່ວມມືກັນ ສ້າງຕັ້ງບໍລິສັດຂື້ນມາເພື່ອໃຫ້ບໍລິການດ້ານໄອທີນັບທັງການພັດ ທະນາລະບົບໄອທີຕ່າງໆ, ເວັບ ໄຊ, ການອອກແບບ ແລະ ການ ຜະລິດສື່ຕ່າງໆພ້ອມທັງມີສູນເຝິກອົບຮົບໄລຍະສັ້ນ. ໃນໄລຍະຜ່ານ ມາ ບໍລິສັດເຄີຍສ້າງວາລະສານ ແລະ ສ້າງລາຍການໂທສະ ພາບກ່ຽວກັບໄອທີຊື່ວ່າ e-Corner ໂດຍໃນສ່ວນວາລະສານນັ້ນ e-Corner ຖືວ່າດເປັນວາລະສານ ໄອທີລາຍເດືອນສະບັບທຳທິດໃນລາວຕໍ່ມາໄດ້ຫັນມາເປັນວາລະ ສານຍຸກໃໝ່ເອີ້ນວ່າ e-Magazine ເຊິ່ງບໍ່ເຄີຍມີມາກ່ອນໃນປະເທດ ເຮົາ.
    ສຳລັບລາງວັນດັ່ງກ່າວນີ້ ແມ່ນຈະໄດ້ສືບຕໍ່ຈັດການແຂ່ງ ຂັນອີກໃນທຸກໆປີຕໍ່ໄປແລະເປີດ ກວ້າງໃຫ້ທຸກບໍລິສັດ, ໜ່ວຍ ງານຕ່າງໆສົ່ງຜະລິດຕະພັນຂອງຕົນເຂົ້າແຂ່ງຂັນໄດ້ດັ່ງນັ້ນຈິ່ງ ຢາກຮຽກຮ້ອງໃຫ້ບັນດາບໍລິສັດດ້ານໄອທີໃນລາວລອງສົ່ງຜົນ ງານຂອງຕົນເຂົ້າປະກວດເພື່ອ ໃຫ້ສະມາຊິກອາຊຽນໄດ້ຮັບຮູ້ ແລະຍອມຮັບເຖິງວຽກງານໄອຊີທີໃນ ສປປ ລາວ ລວມທັງລະດັບ ສາກົນອີກຕື່ມ.


ມີຜູ້ເສຍຊີວິດ 5 ຄົນຈາກອຸປະຕິເຫດຕາມທ້ອງຖະໜົນໃນໜຶ່ງອາທິດຜ່ານມາຢູ່ນະຄອນຫຼວງວຽງຈັນ


        ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ວັນຜ່ານມາ ໄດ້ມີອຸປະຕິເຫດເກີດຂື້ນ 30 ກວ່າກໍລະນີ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ເນື່ອງຈາກເປັນໄລຍະທີ່ປະ ຊາຊົນ ໄດ້ພາກັນສະຫຼອງບຸນທາດຫຼວງຊຶ່ງເຮັດໃຫ້ມີການຈັດງານສັງສັນ ຂຶ້ນເປັນສ່ວນຫຼາຍ ແລະ ສະພາບການສັນຈອນຕິດຂັດ ຈຶ່ງເຮັດໃຫ້ ອຸປະຕິເຫດເພີ່ມຂຶ້ນຄືດັ່ງກ່າວ.
        ທ່ານ ພັນໂທ ພົມມະຈັນ ສວນບຸນມາ ຫົວໜ້າພະແນກຕຳ ຫຼວດຈະລາຈອນນະຄອນຫຼວງວຽງຈັນ ກ່າວວ່າ: ເຖິງວ່າ ໃນງານບຸນທາດຫຼວງປີນີ້ ເຈົ້າໜ້າທີ່ໄດ້ມີຄວາມ ເອົາໃຈໃສ່ໃນການປ້ອງກັນອຸປະຕິເຫດ ແລະ ລະບາຍການສັນຈອນໃຫ້ມີ ຄວາມສະດວກ ຮັບປະກັນຄວາມ
ແອອັດສັບສົນ ແຕ່ກໍ ຍັງພົບມີ ຄວາມ ຫຍຸ້ງຍາກ ເນື່ອງຈາກມີມວນຊົນຈຳນວນຫຼາຍໄດ້ຫຼັ່ງໄຫຼເຂົ້າມາ ທ່ຽວບຸນ ຊຶ່ງເຮັດໃຫ້ມີສະພາບການສັນຈອນຕິດຂັດບາງໄລຍະ ຂະນະດຽວກັນກໍມີການຈັດງານສ້າງສັນ ປັນຈຳ ນວນ ຫຼາຍຊຶ່ງມີການດື່ມສິ່ງມືນ ເມົາ ເຮັດໃຫ້ໃນໄລຍະ 5 ວັນມາ ນີ້ ໄດ້ເກີດອຸປະຕິເຫດ 30 ກ່ວາກໍ ລະນີ ສົ່ງ ຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ເຊິ່ງເຫດການພົ້ນເດັ່ນ: ໃນເວ ລາ 21 ໂມງຂອງວັນທີ 23 ພະຈິກ ນີ້ ໄດ້ເກີດອຸປະຕິເຫດ ລົດບັນ ທຸກ ພິກຂ້ວາມ ຢູ່ເຂດບ້ານ ສີຖານໃຕ້ ເມືອງ ຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ ເສຍຊີວິດຄາທີ່.
        ທ່ານ ພັນໂທ ພົມມະຈັນ ກ່າວວ່າ: ໃນໄລຍະການຈັດງານ ບຸນທາດຫຼວງປີ ນີ້ ເຫັນວ່າ ສະ ພາບອຸ ປະຕິເຫດເພີ່ມຂື້ນ ສະນັ້ນ ເຈົ້າໜ້າທີ່ຈະໄດ້ເອົາໃຈໃສ່ເພີ່ມ ທະວີມາດຕະການກວດກາ ແລະ ວາງກຳລັງ ຕັ້ງຈຸດກວດທາດມືນ ເມົາໃຫ້ຫຼາຍຂື້ນ ພ້ອມເລັ່ງໂຄສະ ນາອຸປະຕິເຫດຕາມສາຍທາງ ຕ່າງໆ ເພື່ອ ຮັບປະກັນການຈັດ ງານກິລາມະຫາໄລອາຊຽນ ແລະ ງານສົ່ງທ້າຍປີ ເກົ່າ 2012 ນີ້ ໃຫ້ ຈຳນວນອຸປະຕິເຫດຫຼດລົງ.


ຫວຽດນາມຕັດສິນ​ພວກ​ຄ້າ​ຢາ​ເສບ​ຕິດ ຕິດຄຸກ 60 ປີ!


        ເມື່ອ​ວັນ​ທີ 27 ພະຈິກ 2012 ຜ່ານ​ມາ, ສານ​ປະຊາຊົນ ນະຄອນ ໂຮ່ຈີ​ມິ​ງ ໄດ້ທຳການພິຈາລະນາ ຄະດີໃນເບື້ອງຕົ້ນ ຕໍ່ຜູ້ຕ້ອງ ຫາ 5 ຄົນ ຖານຄ້າຂາຍຢາເສບຕິດຜິດ ກົດໝາຍຈາກລາວເຂົ້າໄປຍັງ ຫວຽດນາມ.
     ຜ່ານການສືບສວນ ສອບສວນ ເຈົ້າໜ້າທີ່ໄດ້ຈັບ ເຈິ່ນຕິງລາກ ແຄ໋ງ, ຢູ່ເຂດເຕິນຟອງ, ຄຸ້ມ7 ນະ ຄອນໂຮ່ຈິມິງ ພ້ອມຂອງກາງ ເປັນ ເຮໂຣອິນ 2 ຫໍ່, ນ້ຳໜັກກວ່າ 8,7 ກຣາມ. ຈາກນັ້ນ ເຈົ້າໜ້າທີ່ ຕຳ ຫລວດ ຄຸ້ມ 7 ນະຄອນໂຮ່ຈີ ມິງ ໄດ້ຂະຫຍາຍຜົນ ຈິ່ງຮູ້ວ່າ ໄດ້ມີເສັ້ນທາງ ລຳລຽງ-ຄ້າ ຢາ ເສບຕິດຈາກ ລາວ ເຂົ້າໄປຍັງ ຫວຽດນາມ.
    ຕາມການໃຫ້ການຂອງ ແຄ໋ງ, ຕຳຫລວດຄຸ້ມ 7 ໄດ້ທຳການຈັບ ກຸມຜູ້ກ່ຽວຂ້ອງໃນຂະບວນການ
ປະກອບມີ: ໂງແທງຟອງ ອາຍຸ 32 ປີ,ບ້ານເກີດຢູ່ນະຄອນດ່າ ນັ໋ງ,ປະຈຸບັນຢູ່ເມືອງຍາແບ່, ນະຄອນ ໂຮ່ຈີມິງ, ລືກວາງ ອາຍຸ 36 ປີ, ຢູ່ຄຸ້ມ 4 ນະຄອນໂຮ່ຈີມິງ, ເຢືອງ ເຖມິງລວນ, ອາຍຸ 32 ປີ, ຢູ່ຄຸ້ມງໍ່ເວິບ, ນະຄອນໂຮ່ຈີມິງ, ເລີມບາວດ້າຍ, ອາຍຸ 38 ປີ, ຢູ່ ຄຸ້ມບິ່ງແທ໋ງ, ນະຄອນໂຮ່ຈີມິງ ແລະ ເຈິ່ນຕິງລາກແຄ໋ງ, ອາຍຸ 30 ປີ, ບ້ານເກີດຢູ່ເທື່ອທຽນ-ເວ້, ປັດ ຈຸບັນຢູ່ຄຸ້ມບິ່ງແທງ, ນະຄອນໂຮ່ ຈີມິງ.
       ຜ່ານການສືບສວນ, ເງແທງ ຟອງ ຍອມຮັບສາລະພາບວ່າ ແຕ່ ປີ 2006 ເຖິງ 2011, ຟອງ ປະ ກອບອາຊີບເປັນຊ່າງຕີເງິນ ຢູ່ ແຂວງ ບໍ່ແກ້ວ (ສປປ ລາວ) ແລະ ໄດ້ຕິດຢາເສບຕິດ, ສະນັ້ນຈິ່ງໄດ້ ພົບ ປະເປັນປະຈຳກັບຄົນລາວ ຜູ້ໜຶ່ງ ແຕ່ບໍ່ຮູ້ປະຫວັດຈະແຈ້ງ ເພື່ອຊື້ຢາເສບຕິດເສບ. ຫລັງຈາກ ນັ້ນ ຍ້ອນ ສະພາບເສດຖະກິດຝືດ ເຄືອງ, ພົບຄວາມຫຍຸ້ງຍາກໃນ ການທຳມາຫາກິນ, ຟອງ ໄດ້ກັບ ເມືອຫວຽດນາມ ເພື່ອຊອກຫາວິ ທີຫາກິນ ແລະ ໄດ້ຮູ້ຈັກ ລື້ງເຄີຍ ກັບ ລືກວາງ. ຈາກນັ້ນທັງ 2 ຄົນຈິ່ງໄດ້ປຶກສາຫາລື ສ້າງ ເສັ້ນ
ທາງຄ້າຂາຍຢາເສບຕິດຈາກ ລາວເຂົ້າໄປຍັງຫວຽດນາມ ໂດຍ ໃຫ້ຟອງ ມີໜ້າທີ່ມາລາວ ເພື່ອ ຊອກຊື້ຢາເສບຕິດ ກັບເມືອງຍັງ ຫວຽດນາມ ແລ້ວມອບໃຫ້ກວາງ ແບ່ງເປັນຫໍ່ນ້ອຍໆ ແລ້ວນຳ ໄປຂາຍໃຫ້ພວກຕິດຢາເສບຕິດ ເພື່ອຫາກຳໄລ. ພວກເຂົາໄດ້ຢາ ເສບຕິດ (ຢາໄອສ) ໄປແລ້ວກວ່າ 517 ກຣາມ ແລະ ເຮໂຣອິນ 50 ກຣາມ.
         ຫລັງຈາກໄດ້ພິຈາລະນາ ເຖິງຄວາມຜິດ ຂອງ ຜູ້ຕ້ອງຫາ ແລ້ວ, ສານໄດ້ຕັດສີນລົງໂທດ ໂງແທ່ງ ຟອງ ໃຫ້ຕິດຄຸກ 17 ປີ, ລືກວາງ, ຕິດຄຸກ 16 ປີ, ເຢືອງເຖ ມິງລວນ, ຕິດຄຸກ 15 ປີ ແລະ ເລິມ ບາວດ້າຍ,ຕິດຄຸກ 7 ປີ ໃນ ຄວາມ ຜິດຄ້າຂາຍຢາເສບຕິດຜິດກົດ ໝາຍ. ສ່ວນ ເຈິ່ນຕິງລາກແຄ໋ງ ໃຫ້ຕິດຄຸກ 5 ປີ ຖານມີຢາເສບ ຕິດໄວ້ໃນການຄອບຄອງ.


ອຸທາຫອນຂ້າກັນ ຍ້ອນຄ່າລົດແພງ


        ນັບ​ວ່າ​ເປັນ​ຄະດີ​ອຸທາຫອນ​ໜຶ່ງ​ສຳລັບ​ຜູ້​ທີ່​ມີ​ອາຊີບ​ຂັບ​ລົດ​ຕຸກໆ-ຈຳ​ໂບ້ ຢູ່​ໃນ​ຕົວ​ເມືອງ, ຫລັງ​ຈາກ​ເມື່ອ​ບໍ່​ດົນ​ມານີ້ ​ໄດ້​ເກີດ​ເຫດ​ຜິດ​ຖຽງ​ກັນ ລະຫວ່າງ​ຜູ້​ໂດຍສານ​ກັບ​ຜູ້​ຂັບ​ລົດ​ໂດຍ ສານ​ກ່ຽວ​ກັບ​ເລື່ອງ​ຄ່າ​ລົດ​ແພງຈົນ​ກ້າວ​ໄປ​ເຖິງ​ການ​ທຳຮ້າຍ​ຮ່າງກາຍ​ຈົນ​ເສຍ​ຊີວິດ.
       ກອງ​ບັນຊາ​ການ ປກສ ​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ເວລາ​ປະມານ 2 ​ໂມງ​ກາງຄືນ ຂອງ​ວັນ​ທີ 24 ພະຈິກ 2012, ພາຍຫລັງ​ເຈົ້າໜ້າ​ທີ່​ໄດ້​ຮັບ​ແຈ້ງ​ຈາກ​ພົນລະ​ເມືອງ​ດີ​ວ່າ​ເກີດ​ມີ​ການ​ທຳຮ້າຍ​ຮ່າງກາຍ​ໃນ​ເຂດ​ບ້ານ​ອຸບ​ມຸງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ, ​ເຈົ້າໜ້າ​ທີ່​ຈຶ່ງ​ໄດ້​ຮີບ​ຮ້ອນ​ຈັດ​ກຳ ລັງ​ລົງ​ກວດກາ​ສະຖານ​ທີ່​ເກີດ​ເຫດ ຈຶ່ງ​ພົບ​ເຫັນ​ຜູ້​ເສຍ​ຊີວິດ​ຊື່​ທ້າວ ສີສະ​ໝຸດ ອາຍຸ 30 ປີ ອາຊີບ​ຂັບ​ລົດ​ຈຳ​ໂບ້ ຢູ່​ບ້ານ​ຮ່ອງ​ຄ້າ ​ເມືອງ​ຈັນທະ​ບູລີ ນະຄອນຫລວງ​ວຽງ​ຈັນ ​ເສຍ​ຊີວິດ​ຍ້ອນ​ຖືກ​ແທງ​ດ້ວຍ​ມີດ​ຢູ່​ບໍລິ​ເວນ​ໜ້າ​ເອິກ 2 ຈຸດ ​ແລະ ທ້ອງ 1 ຈຸດ ​ສາ​ມາດ​ກັກ​ຜູ້​ທີ່​ລົງມື​ແທງ ຄື​ທ້າວ ສີ​ວຽງ​ແກ້ວ ອາຍຸ 27 ປີ ອາຊີບ​ຫວ່າງ​ວຽກ ຢູ່​ບ້ານ​ໜອງ​ປີງ ​ເມືອງ​ຈັນ ທະ​ບູລີ ນະຄອນຫລວງ​ວຽງ​ຈັນ.

    ຜ່ານ​ການ​ສືບສວນ-ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່​ຮູ້​ວ່າ: ທ້າວ ສີ​ວຽງ​ແກ້ວ ຢູ່​ຮ້ານ​ເບຍ​ແຫ່ງ​ໜຶ່ງ, ​ແຕ່​ເມື່ອ​ຈະ​ກັບ​ເຮືອນ ຜູ້ກ່ຽວ​ໄດ້​ເຮັດ​ກະ​ແຈ​ລົດ​ໃຫຍ່​ເສຍ, ຈາກ​ນັ້ນ ຈຶ່ງ​ໄດ້​ຈ້າງ​ລົດ​ຈຳ​ໂບ້ຂອງ​ທ້າວ ຄຳ​​ໄພ່ ​ເມືອ​ບ້ານ​ໃນ​ລາຄາ 50 ພັນ​ກີບ, ​ແຕ່​ພໍ​ຂີ່​ມາ​ຮອດ​ຫ້ອງການ​ບ້ານ​ອຸບ​ມຸງ, ທ້າວ ສີ​ວຽງ​ແກ້ວ ຈຶ່ງ​ໄດ້​ຜິດ​ຖຽງ​ກັບ​ທ້າວ ຄຳ​​ໄພ່ ກ່ຽວ​ກັບ​ເລື່ອງ​ຄ່າ​ຈຳ​ໂບ້​ແພງ​ໂພດ ​ແລະ ທ້າວ ສີ​ວຽງ​ແກ້ວ ​ໄດ້​ຈົກ​ມີດ​ອອກ​ມາ, ທ້າວ ຄຳ​ໄພ່ ຈຶ່ງ​ໄດ້​ໂດດ​ອອກຈາກ​ລົດ ​ແລະ ​ໂທ ລະສັບ​ຫາ​ໝູ່​ທີ່​ຂັບ​ລົດ​ຈຳ​ໂບ້ຢູ່​ເຂດ​ຫລັກ​ສອງ​ມາ​ຊ່ວຍ ຊື່​ທ້າວ ​ເດືອນ ​ແລະ ທ້າວ ສີສະ​ໝຸດ, ພໍ​ມາ​ເຖິງ​ທ້າວ ສີສະ​ໝຸດ ​ເຫັນ​ທ້າວ ສີ​ວຽງ​ແກ້ວ ຈັບ​ມີດ​ຢູ່ ຜູ້ກ່ຽວ​ຈຶ່ງ​ໄດ້​ຈັບ​ເອົາ​ເຫລັກ​ແປັບ​ທີ່ຢູ່​ໃນ​ລົດ​ຈຳ​ໂບ້ ລົງ​ໄປ​ນຳ, ສ່ວນ​ທ້າວ ສີ​ວຽງ​ແກ້ວ ​ເຫັນ​ທ້າວ ສີສະ​ໝຸດ ຖື​ເຫລັກ​​ແປັບ ກໍ​ໄດ້​ຖື​ມີດ​ຍ່າງ​ເຂົ້າ​ໄປ​ຫາ. ​ໃນ​ຂະນະ​ນັ້ນ ທ້າວ ສີສະ​ໝຸດ ​ໄດ້​ຫຍັບ​ຖອຍຫລັງ​ແລ້ວ​ພາດ​ທ່າ​ລົ້ມລົງ​ໃສ່​ໂອງ​ດອກ​ໄມ້. ສະ ນັ້ນ ຈຶ່ງ​ເຮັດ​ໃຫ້​ທ້າວ ສີ​ວຽງ​ແກ້ວ ​ໄດ້​ໂອກາດ​ແລ່ນ​ເຂົ້າ​ໄປ​ເອົາ​ມີດ​ແທງ​ບໍລິ​ເວນ​ໜ້າ​ເອິກ 2 ​ເທື່ອ ​ແລະ ທ້ອງ 1 ​ເທື່ອ ຈົນ​ເສຍ​ຊີວິດ. ປັດຈຸບັນ ທ້າວ ສີ​ວຽງ​ແກ້ວ ​ໄດ້​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.


ຢູ່ລາວມີຜູ້ເສຍຊີວິດຍ້ອນພະຍາດເອດແລ້ວ 1 ພັນກວ່າຄົນ


      ເຊື້ອເຮສໄອວີ (HIV) ແລະ ພະຍາດເອດ ໄດ້ແຜ່ລະບາດໃນ ຂອບເຂດທົ່ວໂລກເປັນເວລາ ຫລາຍກວ່າ 30 ປີແລ້ວ ແລະ ຍັງ ສືບຕໍ່ເປັນໄພຂົ່ມຂູ່ປະຊາກອນ ເຊິ່ງມາຮອດປັດຈຸບັນໃນທົ່ວໂລກ ມີຜູ້ຕິດເຊື້ອ HIV ປະມານ 35 ລ້ານຄົນ ໃນນີ້ເຄິ່ງໜຶ່ງແມ່ນແມ່ ຍິງ ແລະ ປະມານ 3,5 ລ້ານຄົນ ແມ່ນເດັກນ້ອຍອາຍຸຕ່ຳກວ່າ 15 ປີ, ມີຜູ້ຕິດເຊື້ອໃໝ່ໃນແຕ່ລະປີ ເກືອບ 3 ລ້ານຄົນ ແລະ ເສຍຊີວິດ ຍ້ອນພະຍາດເອດປະມານ 2 ລ້ານ ຄົນ. ສຳລັບ ສປປ ລາວ ມາຮອດ ເດືອນມິຖຸນາ 2012 ມີຜູ້ຕິດເຊື້ອ HIV ແລ້ວຈຳນວນ 5.260 ຄົນ, ເປັນພະຍາດເອດ 3.282 ຄົນ ແລະ ເສຍຊີວິດຍ້ອນພະຍາດເອດ 1.334 ຄົນ.
       ທ່ານ ສຈ. ດຣ. ເອກສະ ຫວ່າງ ວົງວິຈິດ ລັດຖະມົນຕີວ່າ ການກະຊວງສາທາລະນະສຸກ ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນ ໃນ ວັນທີ 29 ພະຈິກນີ້ ຢູ່ກະຊວງສາ ທາລະນະສຸກ ເນື່ອງໃນໂອກາດ ວັນສາກົນຕ້ານເອດ 1 ທັນວາ ແລະ ທ່ານຍັງໄດ້ກ່າວບາງຕອນ ສຳຄັນວ່າ: ວັນທີ 1 ທັນວາ ວັນ
ສາກົນຕ້ານເອດ ເປັນວັນທີ່ປະຊາ ຊົນໃນທົ່ວໂລກຈະໄດ້ຮ່ວມພະລັງ, ຮ່ວມແຮງ, ຮ່ວມໃຈກັນໃນການ ສະກັດກັ້ນ, ຕ້ານເຊື້ອ HIV ແລະ ພະຍາດເອດ ໂດຍສະເພາະເປັນ ການສ້າງຂະບວນການໃນການ ເຜີຍແຜ່ຄວາມຮູ້ກ່ຽວກັບເຊື້ອ HIV ແລະ ພະຍາດເອດ, ຕ້ານ ການຈຳແນກ, ແບ່ງແຍກ ແລະ ລັງກຽດຜູ້ຕິດເຊື້ອ HIV ແລະ ພະ ຍາດເອດ; ເປັນວັນທີ່ພວກເຮົາຈະ ໄດ້ຢັ້ງຢືນຄວາມຮັບຜິດຊອບ ຮ່ວມກັນໃນການສືບຕໍ່ວຽກງານ ຕ້ານເອດ ແລະ ຮັກສາຜົນສຳເລັດ ທີ່ຍາດມາໄດ້ໃນທົດສະວັດຜ່ານ ມາ ໃນການຮັກສາລະດັບການ ຕິດເຊື້ອ HIV ຢູ່ ສປປ ລາວ ໃຫ້ ຍັງຢູ່ໃນລະດັບຕ່ຳ ຄືຫລຸດ 1% ໃນ ກຸ່ມປະຊາກອນທົ່ວໄປ ອາຍຸ 15- 49 ປີ. ສະເພາະ 6 ເດືອນຕົ້ນປີ 2012 ມີຜູ້ຕິດເຊື້ອ HIV ໃໝ່ຢູ່ ສປປ ລາວ ຈຳນວນ 318 ຄົນ, ເປັນພະຍາດເອດ 177 ຄົນ ແລະ ເສຍຊີວິດ 44 ຄົນ.
      ລັດຖະມົນຕີວ່າການກະຊວງ ສາທາລະນະສຸກ ກ່າວອີກວ່າ: ເຊື້ອ HIV ແລະ ພະຍາດເອດ ແມ່ນພະຍາດຕິດຕໍ່ຊະນິດໜຶ່ງທີ່ໄດ້ ສ້າງສິ່ງທ້າທາຍຢ່າງຫລວງ ຫລາຍ ແລະ ໄດ້ສ້າງຄວາມເສຍ ຫາຍດ້ານຊີວິດ ແລະ ດ້ານເສດ ຖະກິດ-ສັງຄົມໃຫ້ແກ່ມວນມະນຸດ ດັ່ງທີ່ບໍ່ເຄີຍມີມາກ່ອນ. ສຳລັບຄຳ ຂວັນຕ້ານເອດທີ່ອົງການສະຫະ ປະຊາຊາດຕ້ານເອດ ຫລື UNAIDS ໄດ້ກຳນົດແມ່ນ “ສຸມ ທຸກກຳລັງເພື່ອບັນລຸ 3 ບໍ່ ຄືບໍ່ມີກໍ ລະນີຕິດເຊື້ອ HIV, ບໍ່ມີການຕາຍ ຍ້ອນພະຍາດເອດ ແລະ ບໍ່ມີການ ຈຳແນກ, ແບ່ງແຍກ ແລະ ລັງ ກຽດ”. ສຳລັບອາຊຽນ ແລະ ສປປ ລາວ ຄຳຂວັນຕ້ານເອດ ໃນ ປີນີ້ແມ່ນ “ປ້ອງກັນແມ່ຍິງ ແລະ ເດັກນ້ອຍຈາກເຊື້ອ HIV ແລະ ພະຍາດເອດ”.