ຊີວິດພະນັກງານກວ່າສາມທົດ ສະວັດໄດ້ສ້າງໝູ່ເພື່ອນສະໜິດສະໜົມໄວ້ໃຫ້ຈານແຍ່ຈຳນວນບໍ່ໜ້ອຍ, ໃນນັ້ນ ມີທັງພະນັກງານ ຂັ້ນຕົ້ນໆຕ່ຳໆລາມຂຶ້ນໄປເຖິງຂັ້ນເຕິບໆ. ແຕ່ມື້ນີ້ຢາກສະເໜີໃຫ້ ທ່ານຜູ້ອ່ານຮູ້ຈັກ ກັບຄວາມຫ້າວ ຫັນຂອງເພື່ອນພະນັກງານຂັ້ນເຕິບຂອງຈານແຍ່ທີ່ບໍ່ຍອມຍົກທຸງຂາວໃຫ້ອາຍຸສັງຂານ ແລະ ອຸປະສັກຫຍັງເລີຍ.
ຄືທ່ານຜູ້ອ່ານຮູ້ຫັ້ນລະ, ກ່ອນຈະໄດ້ຂັ້ນເຕິບໆ ອາຍຸມັນກໍເຕິບໆ ເຊັ່ນດຽວກັນ. ເພື່ອນບາງຄົນ ເມື່ອສາມ ສິບປີກ່ອນເຄີຍເອົາແຂ້ວ ໄຂຝາເບຍ, ມາດຽວນີ້ສິໃຊ້ມັນ ຫຍ້ຳເມັດເຂົ້າປຽກຕົ້ມເປື່ອຍກໍ ຍາກຢູ່ແລ້ວ, ມີບາງຄົນ ພັນທະໃນການຫວີຜົມນັ້ນເກືອບໝົດໄປ ໂດຍອັດຕະໂນມັດ. ມັນກໍດີຄືກັນບໍ່ເປືອງຫວີ, ບໍ່ເປືອງເງິນຊື້ຢາສະ ຫົວ ແລະ ນ້ຳມັນທາຜົມ. ເລື່ອງຄຸນນະພາບຂອງຫູຂອງຕານັ້ນຢ່າ ຫວັງວ່າມັນສິຍັງຄືເກົ່າ. ກິດຈະ ວັດສີ່ປະການທີ່ ຕິດກັບຊີວິດມະນຸດ-ຊີວິດສັດໂລກນັ້ນ ເພື່ອນຫລາຍຄົນກໍປະຕິບັດບໍ່ຄົບຄືເກົ່າ.
ແຕ່ສິ່ງໜຶ່ງທີ່ບໍ່ຍອມປ່ຽນແປງ ນັ້ນຄືຄວາມຈູບຈ້າວຫ້າວຫັນ ຂອງເພື່ອນໆຕໍ່ວຽກຕໍ່ງານ ຈົນ ບາງເທື່ອລືມແລງລືມງາຍ. ຍ້ອນ ແນວນີ້ບໍ ເພື່ອນໆຈຶ່ງກ້າວຂຶ້ນເຖິງ ຂັ້ນ “ເຕິບໆ”.
ອາທິດແລ້ວນີ້, ຈານແຍ່ໄດ້ພົບ ກັບເພື່ອນ “ເຕິບໆ” ຄົນໜຶ່ງ. ພໍມີ ໂອກາດເວົ້າເລື່ອງສ່ວນຕົວ, ຈານ ແຍ່ກໍເອີ່ຍຖາມຂຶ້ນວ່າ: “ອັນສິບ ຫ້າວັນຕໍ່ປີ ກົດໝາຍແຮງງານໃຫ້ ສິດພັກຜ່ອນນັ້ນ ສະຫາຍກໍໄດ້ໃຊ້ ມັນຢູ່ບໍ ?” ເຂົາແກວ່ງຫົວປະຕິ ເສດຈົນຄໍສິຫລຸດອອກຈາກບ່າ ທັງເວົ້າວ່າ: “ເຮົາບໍ່ຮູ້ວ່າມີສິບຫ້າ ວັນໃຫ້ພັກຊ້ຳ, ຖ້າຮູ້ກໍຄົງພັກບໍ່ ໄດ້, ເຮົາມັນວຽກລົ້ນມື. ຄົນຄືເຮົາ ນີ້ບໍສິມີມື້ພັກ !”.
ທີ່ຈິງແລ້ວ ຄຳຕອບແບບນີ້ ຈານແຍ່ເຄີຍໄດ້ຍິນລຶ້ງຫູ ໂດຍສະ ເພາະຈາກພະນັກງານຂັ້ນນາຍ. ຈຸດເນັ້ນທີ່ເກືອບວ່າເປັນເອກະ ພາບກັນກໍແມ່ນວ່າ: “ຄົນຄືເຮົານີ້ ຫວະສິມີມື້ພັກ” ຖ້າແປໄປອີກແງ່ ໜຶ່ງກໍອາດໝາຍຄວາມວ່າ: “ມີແຕ່ ຄົນບໍ່ມີວຽກ, ຄົນບໍ່ຮັບຜິດຊອບ, ພະນັກງານປີດໆປາຍຫັ້ນລະຈຶ່ງ ຈະພັກປະຈຳປີ”.
ຈານແຍ່ເວົ້າກັບເພື່ອນ “ເຕິບໆ” ຕື່ມວ່າ: ການພັກຜ່ອນສິບຫ້າວັນ ຕໍ່ປີນັ້ນ ກົດໝາຍແຮງງານກຳນົດ ສິດໃຫ້ແຕ່ລະຄົນຢູ່ແລ້ວ, ຜູ້ທີ່ຊົມ ໃຊ້ສິດດັ່ງກ່າວກໍບໍ່ໄດ້ສ້າງຄວາມ ເສຍຫາຍຫຍັງໃຫ້ແກ່ບ້ານແກ່ ເມືອງ, ມັນແມ່ນການໃຊ້ສິດທີ່ຖືກ ຕ້ອງກົດໝາຍຂອງເຂົາ.
ຈານແຍ່ເອງເຄີຍຍິນຄົນຂັ້ນ ນາຍເວົ້າເລື້ອຍໆວ່າ: ຕົນບໍ່ມີວັນ ພັກ, ບາງຄົນເວົ້າແລ້ວເວົ້າອີກ ເໝືອນກັບຢາກອ້າງວ່າເປັນຜົນ ງານ ໂດຍລືມໄປສາວ່າ: ຄຳເວົ້າ ດັ່ງກ່າວນັ້ນອາດສ້າງຄວາມອຶດ ອັດໃຈໃຫ້ພະນັກງານລະດັບຕ່ຳ ກວ່າທີ່ຢາກລາພັກປະຈຳປີຕາມ ສິດທີ່ເຂົາມີ ເພາະຄຳເວົ້າຂອງພະ ນັກງານຂັ້ນຫົວໜ້າທີ່ວ່າ: ຕົນເອງ ບໍ່ເຄີຍພັກປະຈຳປີນັ້ນ ອາດມີ ຄວາມໝາຍວ່າ: “ແຕ່ຂ້ອຍກໍຍັງບໍ່ ພັກປະຈຳປີ ແລ້ວເຫດໃດພວກ ເຈົ້າຈຶ່ງສິລາພັກ” ບາງທີພະນັກ ງານຂັ້ນຫົວໜ້າອາດບໍ່ຄຶດແນວ ນັ້ນ, ແຕ່ຢ່າລືມວ່າ: ພະນັກງານ ຂັ້ນລູກນ້ອງນັ້ນຄຶດຕ່າງ.
ຫວ່າງເດືອນແລ້ວນີ້ ໄດ້ອ່ານ ຂ່າວວ່າ: ທາງການສິງກະໂປໄດ້ ອອກລະບຽບການກວດການາຍ ຈ້າງວ່າປະຕິບັດຕໍ່ລູກຈ້າງແນວ ໃດ, ໃນນັ້ນ ລວມທັງການຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ລູກຈ້າງ ໄດ້ຊົມໃຊ້ສິດທີ່ຖືກຕ້ອງຕາມກົດ ໝາຍຂອງເຂົາເຈົ້າ.
ຈານແຍ່ວ່າ: ໃຜບໍ່ຢາກລາພັກ ສິບຫ້າວັນຕໍ່ປີກໍເປັນເລື່ອງຂອງ ເຂົາ, ແຕ່ຫາກບໍ່ແມ່ນເອົາມາອ້າງ ເປັນຜົນງານ ເພາະມັນເປັນການ ສະລະສິດຂອງຕົນເອງຊື່ໆ. ຫົວ ໜ້າທີ່ດີ ຄວນຕິດຕາມສັບຊ້ອນເວ ລາໃຫ້ພະນັກງານຂອງຕົນໄດ້ປະ ຕິບັດສິດ ແລະ ພັນທະ, ຍິ່ງເປັນ ການພັກຜ່ອນກໍແຮ່ງຄວນເອົາໃຈ ໃສ່ດີກວ່າຈະໃຫ້ພະນັກງານບາງ ຄົນໂກງເວລາພັກເອງ. ການລາ ພັກປະຈຳປີ ນອກຈາກຈະມີຜົນຕໍ່ ສຸຂະພາບ (ສຳລັບຜູ້ຕ້ອງການພັກ ຜ່ອນ) ແລ້ວ, ມັນຍັງເກີດຜົນປະ ໂຫຍດດ້ານອື່ນໆອີກ.
ຈານແຍ່ຊົມເຊີຍຄວາມຫ້າວ ຫັນຂອງເພື່ອນ “ເຕິບໆ” ແຕ່ຢາກເຕືອນວ່າ: “ຄັນຢາກເດີນທາງໄກ ໃຫ້ຮູ້ແພງແຮງມ້າ”. ເລື່ອງສຸຂະພາບບໍ່ຄວນປະໝາດພາດພັ້ງຈະເສຍໃຈ.
No comments:
Post a Comment