Monday, December 3, 2012

ມ້າງຄະດີ 078 L


          ເມື່ອ​ວັນ​ທີ 25 ພະຈິກ 2012 ຜ່ານ​ມາ, ທ່ານ​ພັນ​ເອກ ​ເລກ​ວາງ​ດານ, ຫົວໜ້າ​ໜ່ວຍ​ປ້ອງກັນຕໍ່ ຕ້ານ​ອາ​ສະ​ຍາ​ກຳ​ຢາ​ເສບ​ຕິດ ທະຫານ​ຊາຍ​ແດນ ແຂວງດຽນບຽນ (ສສ.ຫວຽດນາມ) ໃຫ້​ຮູ້​ວ່າ ກຳລັງ ເຈົ້າໜ້າທີ່ປ້ອງ​ກັນ ຕໍ່ຕ້ານ​ອາ​ສະ​ຍາ​ກຳ​ຢາ​ເສບ​ຕິດ ດ່ານ ຊາຍແດນປາເທີມ ໄດ້ປະສານສົມທົບກັບທະຫານ ຊາຍແດນ ແຂວງດຽນບຽນ,ໄດ້ຢຶດຢາເສບ ຕິດ(ເຮໂຣອິນ)ຈຳນວນ 12 ແທ່ງ.ເນື່ອງຈາກເປັນເວລາກາງຄືນ, ກຸ່ມຄ້າຢາເສບຕິດຈິ່ງໄດ້ເອົາຕົວຫລົບໜີຂ້າມຊາຍແດນພາຍຫລັງຈາກການປະທະດ້ວຍອາວຸດກັບເຈົ້າໜ້າທີ່ຢ່າງດຸເດືອດ.
       
ໂດຍປະຕິບັດຕາມແຜນການມ້າງຄະດີໝາຍເລກ 078L, ເມື່ອວັນທີ 21 ພະຈິກ 2012 ນີ້, ຫ່າງຈາກຊາຍແດນລາວ-ຫວຽດນາມ ປະມານ 1,5 ກິໂລແມັດ, ກຳ ລັງເຈົ້າໜ້າທີ່ປ້ອງ​ກັນ ຕໍ່ຕ້ານ​ອາ​ສະ​ຍາ​ກຳ​ຢາ​ເສບ​ຕິດ ຂອງ ດ່ານ ຊາຍແດນ ປາເທີມ ໄດ້ປະສານ ສົມທົບກັບເຈົ້າໜ້າທີ່ປ້ອງ​ກັນຕໍ່ຕ້ານອາ​ສະ​ຍາ​ກຳ​ຢາ​ເສບ​ຕິດ ທະ ຫານຊາຍແດນ ແຂວງ ດຽນ ບຽນ ໄດ້ທຳການດັກສະກັດ ເພື່ອ ທຳການຈັບກຸມຂະບວນການຄ້າ ຢາເສບຕິດຂ້າມປະເທດ.
          ເມື່ອປະມານ 10 ໂມງກາງ ຄືນ ຂອງ ວັນດຽວກັນ, ກຳລັງ ເຈົ້າໜ້າທີ່ປ້ອງ​ກັນຕໍ່ຕ້ານ​ອາ​ສະ​ຍາ​ກຳ​ຢາ​ເສບ​ຕິດທະຫານ​ຊາຍ​ແດນແຂວງ ດຽນບຽນ ໄດ້ປາ ກົດເຫັນຄົນກຸ່ມໜຶ່ງທີ່ຕ້ອງສົງໃສ ໄດ້ລັກລອບຂ້າມຊາຍ ແດນເຂົ້າ ມາແບບຜິດກົດໝາຍ, ຈາກນັ້ນເຈົ້າໜ້າທີ່ໄດ້ຂາຍຫຍາຍກຳລັງຢ່າງໄວວາເພື່ອປິດລ້ອມທຳການ ຈັບກຸມ. ແຕ່ເນື່ອງຈາກກຸ່ມຄົນຮ້າຍໄດ້ຮູ້ຕົວກ່ອນ,ສະນັ້ນຈິ່ງໄດ້ໃຊ້ປືນຍິງຕໍ່ສູ້ກັບເຈົ້າໜ້າທີ່ຢ່າງດຸເດືອດ ກ່ອນ ຈະເອົາຕົວຫລົບໜີຂ້າມຊາຍແດນໄປ.
           ຈາກນັ້ນ ເຈົ້າໜ້າທີ່ໄດ້ເຂົ້າກວດກາພື້ນທີ່ພ້ອມຢຶດເຮໂຣອິນ ໄດ້ 12 ແທ່ງ, ນ້ຳໜັກ 3 ກິໂລ ກຣາມ. ພ້ອມດຽວກັນ, ທະຫານຊາຍແດນ ແຂວງດຽນບຽນກໍໄດ້ທຳການປະສານສົມທົບກັບກຳລັງເຈົ້າ ໜ້າທີ່ຝ່າຍລາວ ເພື່ອທຳການສືບສວນ ແລະ ທຳການຈັບກຸມຜູ້ຕ້ອງຫາເຫລົ່ານີ້ເພື່ອມາລົງໂທດຕໍ່ໄປ.


No comments:

Post a Comment