Monday, December 3, 2012

ສະແດງສິລະປະຣ່ວມລາວ-ອິນໂດເນເຊຍ ເສີມຂະຫຍາຍສາຍພົວພັນການທູດຄົບຮອບ 55 ປີ


           ກົມສິລະປະການສະແດງ. ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວຮ່ວມ ກັບ ສະຖານເອກອັກຄະລັດຖະທູດ ແຫ່ງສາທາລະລັດອິນໂດເນເຊຍປະ​ຈຳ​ລາວໄດ້ຈັດງານສະແດງ ສິລະປະຮ່ວມ ເພື່ອ​ເສີມ​ຂະ ຫຍາຍ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ​ລາວ-ອິນ​ໂດ​ເນ​ເຊຍ​ຄົບ ຮອບ 55 ປີຂຶ້ນ ໃນວັນທີ 29 ພະຈິກ 2012 ຢູ່ທີ່ຫໍວັດທະນະທຳ ແຫ່ງຊາດ ໂດຍການໃຫ້ກຽດ ເຂົ້າຮ່ວມຂອງທ່ານ ດຣ ທອງ ລຸນ ສີສຸລິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ, ທ່ານ  ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ ອິນ​ໂດ​ເນ​ເຊຍ​ປະ​ຈຳ​ລາວ, ມີ​ບັນດາ​ລັດຖະ ມົນຕີ​ຊ່ວຍ​ວ່າການ​ພ້ອມ​ດ້ວຍ​ພະ ນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

         ການສະ​ແດງ​ສິລະ​ປະ​ໃນ​ຄັ້ງນີ້ປະກອບ​ມີ 11 ລາຍການ​ໃນ​ນັ້ນສິລະ​ປະ​ຈາກ​ອິນ​ໂດ​ເນ​ເຊຍ​ມີ 5 ລາຍການຊຶ່ງ​ປະກອບ​ດ້ວຍ​ຟ້ອນ​ເລັງ​ກັງ​ກັນ​ດຸ​ງ, ຕາ​ຕຽນ​ຈາກ​ກາລີ​ມັນ​ຕາ, ຟ້ອນເກີ​ມບັງ ໂທ​ເບັງ​ຈາກ​ຈາ​ກາ​ຕາ, ຟ້ອນ​ກາ​ເລັນ​ເຢັກ​ຈາກ​ມິ​ງກາ​ບູ ແລະ ຟ້ອນ​ລາ​ເຕິ​ກ ຊາ​ມັນ ຈາ​ກາ​ຕາ​ໂກຼ; ສຳລັບ​ສິລະ​ປະ​ຂອງ​ລາວ​ແມ່ນ​ການ​ຟ້ອນ​ບຸນ​ເກຼີ, ຟ້ອນ​ຊົມ​ແສງ​ອາ​ລຸນ, ​ເພງ​ຮ້ອງ​ຈຳ​ເມືອງ​ລາວ, ຟ້ອນ​ສາວ​ໄໝ, ​ເພງ​ຮ້ອງ​ແດນ​ແຫ່ງ​ອິດສະຫລະ​ຊຶ່ງ​ບັນ ຍາກາດ​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ ແລະ ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ອັນ​ຟົດຟື້ນ ແລະ ຄວາມ​ສະ ໜິດສະໜົມ​ກັນ​ລະຫວ່າງ​ນັກ​ສິລະ​ປະ​ຂອງ​ສອງ​ປະ​ເທດ.


No comments:

Post a Comment