Monday, December 3, 2012

ເພີ່ມຄວາມຮູ້ກ່ຽວກັບຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃຫ້ແກ່ຄູ-ອາຈານວິທະຍາໄລຣັຕະນະ


        ຄະນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ​ແຫ່ງ​ຊາດ (ຄກມຊ)  ໄດ້​ຈັດການ​ສຳ​ມະ​ນາກ່ຽວກັບ​ການ​ຕ້ານ​ການໃຊ້​ຄວາມ​ຮຸນແຮງ​ຕໍ່​ແມ່ຍິງໃຫ້ແກ່​ຄູ- ອາຈານວິທະຍາໄລຣັຕະນະບໍລິ ຫານ​ທຸລະ​ກິດ​ບ້ານ​ໂພນ​ທັນ ເມືອງ​ສີ​ສັດຕະ​ນາກ ນະຄອນ ຫລວງ​ວຽງຈັນ ​ໃນ​ວັນ​ທີ 30 ພະ ຈິກ 2012. ​ທ່ານ​ ລີ​ຕູ້ ບົວ​ປາວ ລັດ ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາທິການ ​ແລະ ກິລາຮອງ​ປະທານ ຄກ ມຊ, ປະທານ​ຄະນະ​ກຳມະການ​ເພື່ອ​ຄວາມ​ກ້າວ ໜ້າຂອງ​ແມ່ຍິງກະຊວງ​ສຶກສາ ທິການ ​ແລະ ກິລາ, ​ໄດ້ເປັນ​ປະ ທານ​ຊຸດ​ສຳ​ມະ​ນາຄັ້ງນີ້ກ່າວ​ວ່າ: ການ​ໃຫ້​ຄວາມ​ຮູ້​ໃຫ້​ແກ່​ຜູ້​ບໍລິ ຫານ ,ຄູ-ອາຈານ ​ແລະ ພະນັກ ງານ ແມ່ນ​ແນ​ໃສ່​ໃຫ້​ມີ​ທັດສະນະ​ທີ່​ຖືກຕ້ອງ ເພື່ອ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນແຮງ​ຕໍ່​ແມ່ຍິງ ​​ແລະ ເດັກ​ຍິງ, ​ໃຫ້​ທຸກ​ຄົນ​ມີ​ຄວາມ​ຫ່ວງ​ໃຍ ​ແລະ ຮ່ວມ​ກັນ​ຊອກ​ຫາ​ວິທີ​ທາງ​ແກ້​ໄຂ ​ໂດຍ​ສະ​ເພາະ​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາຄັ້ງນີ້ ຊຶ່ງ​ລ້ວນ​ແຕ່​ເປັນ​ບຸກຄົນ​ສຳຄັນ ໃນ​ການ​ສ້າງ​ຄົນ​ບໍ່ວ່າ​ອະນຸຊົນ, ເຍົາວະ​ຊົນ ​ແລະ ຊາວໜຸ່ມ ທີ່​ເປັນ​
ຊັບພະຍາກອນ​ມະນຸດ ເພື່ອ​ປະ ກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ ໃຫ້​ຫລຸດ​ພົ້ນ​ຄວາມ​ດ້ອຍ​ພັດທະນາ ຕາມ​ທີ່​ ພັກ- ລັດຖະບານ ​ໄດ້​ມີ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ວາງ​ໄວ້.
        ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ​ເດັກນ້ອຍ ​ແມ່ນ​ປາກົດ​ການ​ຫຍໍ້​ທໍ້ອັນ​ຮ້າຍ​ແຮງ​ຂອງ​ສັງຄົມ ທີ່​ມັກ​ເກີດ​ກັບ​ແມ່ຍິງ​ໃນ​ທຸກ​ປະ​ເທດ ​ແລະ ​ເກີດ​ຂຶ້ນ​ໃນ​ທຸກ​ສະ ຖານ​ທີ່​, ທຸກ​ເວລາ, ທັງມີ​ຜົນ​ກະທົບ​ຕໍ່​ແມ່ຍິງ​ນັບ​ແຕ່​ມື້​ເກີດຈົນ​ເຖິງ​ໄວໜຸ່ມ​ ​ແລະ ເຖົ້າ​ແກ່​ຊະລາ. ຄວາມໝາຍຂອງ​ຄວາມ​ຮຸນ​ແຮງ ລວມມີການ​ກະທຳ​ຮຸນ​ແຮງຕໍ່ ຮ່າງກາຍ, ທາງ​ເພດ, ທາງ​ອາ ລົມ, ທາງ​ຈິດຕະວິທະຍາ ​ແລະ ທາງ​ເສດຖະກິດ. ຄວາມ​ຮຸນ​ແຮງ ບົນ​ພື້ນຖານ​ບົດ​ບາດ​ຍິງ-ຊາຍ ແມ່ນ​ການ​ກະທຳ​ທີ່​ເປັນ​ອັນຕະ ລາຍທາງ​ສັງຄົມ ທີ່​ໄດ້​ລະ​ເມີດ​ຕໍ່ ຄວາມ​ຍິນ​ຍອມ​ຂອງ​ບຸກຄົນ​ໃດ ໜຶ່ງ ​ແລະ ມີ​ພື້ນຖານ​ມາ​ຈາກ​ບັນ ດາຄວາມ​ແຕກ​ຕ່າງ​ ໃນ​ການ​ເຂົ້າ​ຮ່ວມທາງ​ສັງຄົມລະຫວ່າງ​ເພດ ຊາຍ ​ແລະ ​ເພດຍິງ.
         ຮອງ​ປະທານ ຄກມຊ ຊີ້​ໃຫ້​ເຫັນ​ຕື່ມ​ວ່າ: ວັດທະນະທຳ​ຮີດ ຄອງ​ປະ​ເພນີ​ຂອງ​ບັນ​ດາເຜົ່າ​ຊາດ​ລາວ​ ມີ​ຫລາຍ​ດ້ານ​ທີ່​ມີ​ຄຸນ ຄ່າ​ສູງ​ສົ່ງ​ໃນ​ການ​ອົບຮົມ​ສັ່ງ ສອນ​ຄົນ ຈາກ​ຄົນ​ຮຸ່ນອາວຸ​ໂສ​ສູ່​ຄົນ​ຮຸ່ນໜຸ່ມສືບ​ທອດ​ກັນ​ມາ​ແຕ່​ດຶກ​ດຳ​ບັນ ທີ່​ໄດ້​ບົ່ງ​ບອກ​ພູມ​ປັນຍາ​ອັນ​ລ້ຳ​ຄ່າ ທີ່​ເປັນ​ເອກະ​ລັກ​ຂອງ​​ແມ່ຍິງ ແລະ ຊາຍ ດັ່ງ​ທີ່​ປາກົດ​ໃຫ້​ເຫັນ​ໃນ​ຄົນ​ຮຸ່ນຫລັງ​ສືບ​ທອດ ​ແລະ ອະນຸລັກ​ຮັກສາ​ໄວ້. ​ແຕ່​ຢ່າງ​ໃດ​ກໍ​ຕາມຍັງ​ມີ​ຈາຮີດ​ປະ​ເພນີ ​ແລະ ຄ່າ​ນິຍົມ​ບາງ​ດ້ານ​ທີ່​ໄປ​ກົດ ໜ່ວງຄວາມ​ກ້າວໜ້າຂອງ​ແມ່ຍິງ ​ແລະ ເດັກນ້ອຍ. ​ໃນ​ການ​ສຳ​ມະ​ນາ​ຊຸດ​ນີ້ ບັນດາ​ຄູ-ອາຈານຍັງ ໄດ້​ຮັບ​ຟັງ​ສານ​ຂອງ​ທ່ານ​ນາຍົກລັດຖະ ມົນຕີ ​ເນື່ອງ​ໃນ​ໂອກາດ​ວັນ​ສາ ກົນ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ຕໍ່​ແມ່ຍິງ 25 ພະຈິກ 2012, ລວມ ທັງ​ວຽກງານ​ທີ່​ໄດ້​ຮັບ​ການຈັດ ຕັ້ງປະຕິບັດກ່ຽວກັບການຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ, ບັນຫາ​ແຮງ​ງານ​ເຄື່ອນ​ຍ້າຍ, ການຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ​ໃນ​ຄອບ​ຄົວ, ການ​ໃຫ້​ຄຳ​ປຶກສາ​ແກ່​ແມ່ ຍິງ ​ແລະ ​ເດັກນ້ອຍ ທີ່​ມີ​ບັນຫາ, ຕະຫລອດ​ເຖິງ​ມາດ​ຕະການ​ຕອບ​ໂຕ້ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ.


No comments:

Post a Comment