Monday, December 3, 2012

ສະຫະພັນເຢຍລະມັນມອບຄອມພິວເຕີໃຫ້ສະພາແຫ່ງຊາດ


          ໃນ​ໂອກາດ​ທີ່ທ່ານ ນາງ ອີ​ເດລກາດ ບູລມານ ສະມາຊິກ​ລັດ ຖະສະພາສະຫະພັນ​ເຢຍລະ​ມັນ ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ຢູ່ ສປປ ລາວ​ແຕ່​ວັນ​ທີ 30 ພະຈິກ ຫາ 2 ທັນວາ 2012 ນີ້ ທ່ານໄດ້​ນຳ​ເອົາ​ອຸປະກອນ​ໄອ​ທີ ປະກອບ​ດ້ວຍ​ຄອມ​ພີ​ວ​ເຕີ​ຕັ້ງ​ໂຕະ​ຈຳນວນ 20 ໜ່ວຍ,​ ແລບ​ທອບ​ຈຳນວນ 7 ໜ່ວຍ ​ແລະ ກະດານ​ເອ​ເລັກ​ໂຕ​ນິກ 2 ໜ່ວຍ​ມູນ​ຄ່າ 237 ລ້ານ​ກີບ ​ແລະ ​ເງິນ​ຊ່ວຍ​ເຫລືອ​ຈຳນວນ 2.3 ຕື້​ກີບ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ເສີມ​ສ້າງ​ຄວາມ​ອາດ​ສາມາດ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ​ທີ່​ເປັນ​ອົງ​ປະກອບ​ຕົ້ນຕໍ​ໃນ​ການ​ຮ່ວມ​ມື​ຂອງ​ເຢຍລະ​ມັນ​ກັບ ສປປ ລາວ.
           ພິທີ​ມອບ​-ຮັບອຸປະກອນ ແລະ ​ເງິນ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະຈິກ 2012 ນີ້ທີ່​ສະພາ​ແຫ່ງ​ຊາດ​ກ່າວ​ມອບ​ໂດຍ​ທ່ານ ນາງ ອີ​ເດລກາດ ບູລມານ ສະມາ ຊິກ​ລັດຖະສະພາ ສະຫະພັນ​ເຢຍ ລະ​ມັນ ແລະ ກ່າວ​ຮັບ​ໂດ​ຍ ທ່ານ ດຣ ອຸ່ນ​ແກ້ວ ວຸທິລາດ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ທ່ານ ໂຣ​ເບີດ ​ໂຟນ ຣີມຊາ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳ ນາດ​ເຕັມ​ແຫ່ງ ສ ​ເຢຍລະ​ມັນ​ປະ​ຈຳ ລາວ, ມີ​ບັນດາ​ທ່ານ​ ສສຊ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.


No comments:

Post a Comment