Monday, December 3, 2012

ຫວຽດນາມ​ຈັດ​ສຳ​ມະ​ນາວິທະຍາສາດ​ສາກົນ​ ວ່າ​ດ້ວຍ​ສື່​ມວນ​ຊົນຕໍ່​ກັບການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດໃນ​ເຂດ​ແມ່ນ້ຳຂອງ​ຕອນ​ລຸ່ມ


        ກອງ​ປະຊຸມ​ສຳ​ມະ​ນາ​ວິທະ ຍາສາດ​ສາກົນ​ ວ່າ​ດ້ວຍ​ສື່​ມວນ​ຊົນ​ຕໍ່ການ​ປ່ຽນ​ແປງ​ຂອງ​ສະ ພາບ​ດິນ​ຟ້າ​ອາກາດ​ໃນ​ເຂດ​ແມ່ ນ້ຳຂອງ​ຕອນ​ລຸ່ມ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29-30 ພະຈິກ​ແລ້ວນີ້ ຢູ່​ນະ ຄອນຫລວງ​ຮ່າ​ໂນ້ຍ ​ໂດຍ​ສະ​ຖາ​ບັນ​ສື່​ມວນ​ຊົນ ​ແລະ ການ​ໂຄສະ ນາ ສສ ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ FRIEDRICHEDERTSTIFTLING ​ແຫ່ງ​ສະຫະພັນ​ເຢຍລະ​ມັນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ​ສື່​ມວນ​ຊົນ​ຈາກ ສປປ ລາວ ນຳ​ໂດຍ​ທ່ານ ວິ​ໄລ​ທອງ ສີ​ຊາ​ນົນ ຫົວໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ ​ແລະ ວັດທະນະທຳ ​ແລະ ຜູ້ຕາງໜ້າ​ສື່​ມວນ​ຊົນ​ກຳປູ​ເຈຍ, ສປ ຈີນ ​ແລະ ຜູ້ຕາງໜ້າ​ທະນາຄານ​ພັດທະນາ​ອາຊີ​ປະຈຳ​ພາກພື້ນ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ​ອື່ນໆ​ທີ່​ມີ​ສຳນັກງານ​ຕັ້ງຢູ່​ຫວຽດນາມ.

    ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ຟົດ ຟື້ນຈາກ​ການ​ລາຍ​ງານ​ບົດ​ສຶກ ສາຄົ້ນຄວ້າ​ຂອງ​ບັນດາ​ນັກວິທະ ຍາສາດ ​ແລະ ຜູ້​ມີ​ປະສົບ​ການ​ຕ່າງໆ​ກ່ຽວ​ກັບ​ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ພວມ​ສົ່ງ​ຜົນ​ກະທົບ​ໜັກ​ຕໍ່​ໂລກ​ພວກ​ເຮົາ​ເຊັ່ນ: ອຸນຫະພູມ​ເພີ່ມ​ຂຶ້ນ, ສະພາບ​ແຫ້ງ​ແລ້ງ​ແກ່ຍາວ ຫລື ​ໄພ​ນ້ຳຖ້ວມ, ​ແຜ່ນດິນ​ໄຫວ ອັນ​ໄດ້​ຂ້າ​ຊີວິດ​ຂອງ​ຄົນ​ເຮົາ​ໄປ​ຈົນ​ນັບ​ບໍ່​ຖ້ວນ, ສົ່ງ​ຜົນ​ກະທົບ​ຕໍ່​ເສດ ຖະກິດ​ຂອງ​ຊາດ ​ແລະ ສິ່ງ​ດັ່ງ ກ່າວ​ມັນ​ເກີດ​ຂຶ້ນກໍ​ຍ້ອນ​ເງື່ອມມື​ຂອງ​ມະນຸດ​ຄົນ​ເຮົາ. ດັ່ງນັ້ນ ສື່​ມວນ​ຊົນ​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເພີ່ມ​ທະວີ​ການ​ໂຄສະນາປຸກ ລະ ດົມ​ໃຫ້​ປະຊາຊົນ​ປະ​ເທດ​ເຮົາ​ຂອງ​ຕົນ​ໃຫ້​ຮູ້ຈັກ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ດີ, ກຳຈັດ​ການ​ຕັດ​ໄມ້​ທຳລາຍ​ປ່າ ​ແລະ ອື່ນໆ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ຂຶ້ນ. ດັ່ງ​ບົດ​ຄຳ​ເຫັນ​ຂອງ​ທ່ານ​ ຮອງ​ສາ​ສະ​ດາ​ຈານ ດຣ. ​ເຈືອງ​ຫງ໋ອກ​ນາມ ອຳ ນວຍ​ການ​ໃຫຍ່​ສະ​ຖາ​ບັນ​ສື່​ມວນ​ຊົນ ​ແລະ ການ​ໂຄສະນາ ສສ ຫວຽດນາມ ​ໄດ້​ເນັ້ນວ່າ: ດ້ວຍ​ພາ ລະ​ບົດບາດ​ເປັນ​ຜູ້​ຕອບ​ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ ການ​ນຳ​ຫາງ​ສຽງ​ສັງຄົມ​ໃນ​ໄລຍະ​ຜ່ານ​ມາ, ກຳລັງ​ສື່​ມວນ​ຊົນ​ພວກ​ເຮົາ​ກໍ​ໄດ້​ຮັບ​ການ​ພັດທະນາ​ຂະຫຍາຍຕົວ​ກວ້າງຂວາງ ນັບ​ທັງ​ທາງ​ກວ້າງ ​ແລະ ທາງ​ເລິກ​ຂອງ​ມັນ ​ແລະ ສາມາດ​ສ້າງ​ເງື່ອນ​ໄຂ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ມະນຸດ​ເຮົາ​ສາມາດ​ເຂົ້າ​ເຖິງ ​ແລະ ຮັບ​ເອົາ​ຂໍ້​ມູນ​ຂ່າວສານ​ຕ່າງໆ​ໄດ້​ຢ່າງ​ກວ້າງຂວາງ​ໃນ​ທຸກໆ​ຂົງ​ເຂດ​ໃນ​ຊີວິດ-ສັງຄົມ​ຂອງ​ຕົນ. ພິ​ເສດ​ກໍ​ແມ່ນ​ຂໍ້​ມູນ​ຂ່າວສານ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຜ່ານ​ພາຫະນະ​ສື່​ມວນ​ຊົນ​ໄດ້​ຢ່າງ​ວ່ອງ​ໄວ​ທັນ​ການ, ​ແຕ່​ສື່​ມວນ​ຊົນ​ຕ້ອງ​ເຮັດ​ແນວ​ໃດ​ໃຫ້​ປະຊາຊົນ​ຂອງ​ຕົນ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ໄພ​ທຳ​ມະ​ຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ດັ່ງກ່າວ​ເຊັ່ນ: ​ໄພ​ນ້ຳຖ້ວມ, ດິນ​ເຈື່ອນ, ​ແຜ່ນດິນ​ໄຫວ ຫລື ສະ ພາບ​ແຫ້ງ​ແລ້ງ ອັນ​ເປັນ​​ໄພ​ຄຸກ​ຄາມ​ຕໍ່ຊີວິດ​ຂອງ​ຄົນ​ເຮົາ. ທ່ານ  ຮອງ​ສາສະ​ດາ​ຈານ ດຣ. ​ເຈືອງ​ຫງ໋ອກນາມ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ຜ່ານ​ມາ​ກຳລັງສື່​ມວນ​ຊົນ​ພວກ​ເຮົາ​ພຽງ​ສຸມ​ໃສ່​ໂຄສະນາ​ຕໍ່​ຜົນ​ກະທົບ​ຂອງ​ໄພ​ທຳ​ມະ​ຊາດ​ດັ່ງກ່າວ​ເທົ່າ​ນັ້ນ ​ເຊິ່ງຍັງ​ບໍ່​ໄດ້​ລົງ​ເລິກ​​ເຖິງ​ການ​ໂຄສະນາ​ໃຫ້​ແກ່​ການ​ປູກ​ຈິດ​ສຳນຶກ​ໃນ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ເພື່ອ​ສະກັດ​ກັ້ນ ​ແລະ ຈຳກັດ​ການ​ປ່ຽນ​ແປງ​ຂອງ​ສະພາບ​ດິນ​ຟ້າ​ອາກາດ​ລົງ​ໄດ້. ດັ່ງນັ້ນ ກອງ​ປະ ຊຸມ​ສຳ​ມະ​ນາ​ເທື່ອ​ນີ້ ຈຶ່ງ​ມີ​ຄວາມ​ສຳຄັນ​ຍິ່ງ​ໃນ​ການ​ກະຕຸກ​ຊຸກຍູ້​ໃຫ້​ສື່​ມວນ​ຊົນ​ພວກ​ເຮົາ​ຈົ່ງ​​ເພີ່ມ​ທະວີ​ໂຄສະນາ​ເພື່ອ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ສະພາບ​ດິນ​ຟ້າ​ອາກາດ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ຂຶ້ນກວ່າ​ເກົ່າ.
    ​ ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງ ກ່າວ, ຄະນະ​ຜູ້​ແທນ​ລາວ​ກໍ​ໄດ້​ມີ​ຄຳ​ເຫັນ​ເຖິງ​ຂະ​ບວນການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ສະພາບ​ດິນ​ຟ້າ​ອາກາດ​ຢູ່​ລາວ​ພວກ​ເຮົາ ​ໂດຍ​ສະ​ເພາະ​ການ​ປະກອບສ່ວນ​ໂຄ ສະນາ​ຂອງ​ສື່​ມວນ​ຊົນ​​ໃນ​ການ​ປຸກລະດົມ​ໃຫ້​ປະຊາຊົນ​ຮູ້ຈັກ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຈຳກັດ​ການ​ຕັດ​ໄມ້​ທຳ​ລາຍ​ປ່າ, ປຸກລະ ດົມ​ໃຫ້​ປະຊາຊົນ​ເຂດ​ຊົນນະບົດ​ຢຸດ​ການ​ຖາງ​ປ່າ​ເຮັດ​ໄຮ່​ຢ່າງ​ຖາ ວອນ ​ແລະ ຫັນ​ມາ​ປູກ​ໄມ້​ອຸດສາຫະກຳ ​ແລະ ພືດ​ທີ່​ເປັນ​ສິນຄ້າ​ໃຫ້​ຫລາຍ​ຂຶ້ນ. ​ແຕ່​ເຖິງ​ແນວ​ໃດ​ກໍ​ດີ, ​ເພື່ອ​ຕໍ່ສູ້​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ຂຶ້ນນັ້ນ, ທຸກ​ປະ​ເທດ​ໃນ​ໂລກ​ຕ້ອງ​ໄດ້​ຮ່ວມ​ມື​ກັນ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ໃຫ້​ດີກ​ວ່າ​ເກົ່າ ​ໂດຍ​ສະ​ເພາະ​ກຳ ລັງ​ສື່​ມວນ​ຊົນ​ພວກ​ເຮົາ​ຕ້ອງ​​ເຮັດ​ແນວ​ໃດ​ເພື່ອ​ສຸມ​ໃສ່​ໂຄສະນາ​ບັນ ຫານີ້​ໃຫ້​ຫລາຍ ​ແລະ ​ເລິກ​ເຊິ່ງ ​ເພື່ອ​ປະຊາຊົນ​ຂອງ​ຕົນ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ປະຕິບັດ​ຕາມ.


No comments:

Post a Comment