Monday, December 3, 2012

ເປີດຄ້າຍປະດິດແຕ່ງແກະສະຫລັກຫີນນ້ຳໃຈມິດຕະພາບລາວ-ຫວຽດນາມ


     ພີທີເປີດຄ້າຍປະດິດແຕ່ງແກະ ສະຫລັກຫີນອ່ອນນ້ຳໃຈມິດຕະ ພາບລາວ-ຫວຽດນາມ,ໄດ້ມີຂຶ້ນ ໃນວັນທີ 30 ພະຈິກ 2012 ຢູ່ໂຮງ ຮຽນສີນລະປະດົນຕີແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ລັດ ຖະມົນຕີວ່າການກະຊວງຖະ ແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ,ມີບັນດາລັດຖະມົນຕີ ຊ່ວຍວ່າການ,ຫົວໜ້າກົມ,ຮອງ ກົມພ້ອມດ້ວຍນັກສິລະປີນຈາກ ທັງສອງປະເທດລາວ-ຫວຽດ ນາມ ແລະ ພາກສ່ວນກ່ຽວ ຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
      ທ່ານ ຈະເລີນ ວາລິນທະລາ ສັກ ລັດຖະມົນຕີຊ່ວຍວ່າການກະ ຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວໄດ້ມີຄຳເຫັນໂດຍຍົກໃຫ້ເຫັນຄວາມໝາຍສຳຄັນຂອງ ໂຄງການດັ່ງກ່າວວ່າແມ່ນໜຶ່ງໃນຫລາຍກິດຈະກຳ ເພື່ອສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດ ລະ ຫວ່າງ ລາວ-ຫວຽດນາມ ຄົບ ຮອບ 50 ປີ ແລະ ວັນເຊັນສົນທິ ສັນຍາມິດຕະພາບຄວາມສາມັກ
ຄີພິເສດແລະການຮ່ວມມືຮອບ ດ້ານລະຫວ່າງລາວ-ຫວຽດນາມ ຄົບຮອບ 35 ປີ ຊຶ່ງໃນໂຄງການ ມີບັນດານັກສິລະປິນຜູ້ມີຊື່ສຽງ ລະດັບຊາດ,ມີສີມືລະດັບອາຊີບ ໃນການຄວັດແກະຫລັກຫີນຂອງ ສອງປະເທດລາວ ແລະ ຫວຽດ ນາມ ຈຳນວນ 15ທ່ານເຂົ້າຮ່ວມ. ໂດຍສາມາດປະດິດສ້າງຜົນງານ ການແກະສະຫລັກຫີນອ່ອນ ທີ່ປາ ນີດວິຈິດງົດງາມເຕັມໄປດ້ວຍ ເນື້ອໃນ ແລະ ສິລະປະທີ່ມີຄວາມ ໝາຍອັນເລິກເຊິ່ງ ແລະ ສູງສົ່ງ ຈຳນວນ15ແທ່ນ.ຜົນງານດັ່ງ ກ່າວແມ່ນມີຄວາມສຳຄັນອັນ ໃຫຍ່ຫລວງ ແລະ ເປັນສັນຍາລັກ ປະກອບສ່ວນໃຫ້ແກ່ສອງວັນປະ ສາດໃຫ້ມີເນື້ອໃນຄວາມໝາຍ ເລິກເຊິ່ງ ແລະ ນັບມື້ເພີ່ມທະວີ ຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
     ທ່ານ ເວືອງ ຢຸຍ ບຽນ ລັດຖະ ມົນຕີຊ່ວຍວ່າການກະຊວງວັດ ທະນະທຳ,ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມໄດ້ກ່າວວ່າ:ໃນ ເວລາເຂົ້າຮ່ວມຄ້າຍປະດິດແຕ່ງ ບັນດານັກສິລະປິນທັງສອງປະ ເທດ ຕ່າງກໍມີຫົວຄິດປະດິດສ້າງ ຂອງຕົນສ້າງສັນຜົນງານທີ່ເຕັມ ໄປດ້ວຍຄວາມປານີດງົດງາມ ເພື່ອສັນລະເສີນນ້ຳໃຈສາມັກຄີ ໜຽວແໜ້ນລະຫວ່າງສອງຊາດ ລາວ-ຫວຽດນາມ ດ້ວຍພາສາ ຮູບພາບ ຊຶ່ງມັນແມ່ນການເຄື່ອນ ໄຫວທາງສິລະປະ,ວັດທະນະທຳ ທີ່ມີເອກະລັກສະເພາະ,ມີການສົມ ທົບຢ່າງງົດງາມຂອງນັກສິລະ ປິນເພື່ອສ້າງໄດ້ຜະລິດຕະພັນ ແກະສະຫລັກ ທີ່ມີຄວາມງົດງາມ ທາງດ້ານສິລະປະແລະ ເລິກເຊິ່ງ ທາງດ້ານເນື້ອໃນທັງເປັນສັນຍາ ລັກທາງສິລະປະທີ່ສະແດງເຖິງ ຄວາມ ສາມັກຄີຂອງສອງປະເທດລາວ-ຫວຽດນາມ.


No comments:

Post a Comment