Monday, December 3, 2012

ກອງປະຊຸມສະໄໝສາມັນເທື່ອທີ4ຂອງສະພາແຫ່ງຊາດຊຸດທີ VII ຈະໄຂຂຶ້ນໃນວັນທີ 5 ທັນວານີ້


      ທ່ານ ດຣ ອຸ່ນແກ້ວ ວຸທິລາດ ຫົວໜ້າຫ້ອງວ່າການສະພາ ແຫ່ງຊາດ,ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນຢູ່ສະພາແຫ່ງຊາດ ນະຄອນ ຫລວງວຽງຈັນ.ໃນວັນທີ 29 ພະ ຈິກ 2012 ວ່າ:ກອງປະຊຸມປະຊຸມສະ ໄໝສາມັນເທື່ອທີ 4 ຂອງສະ ພາແຫ່ງຊາດ ຊຸດທີ VII ຈະໄດ້ ຈັດຂຶ້ນ​ແຕ່ວັນທີ5-20ທັນວາ2012 ໃນກອງປະຊຸມດັ່ງກ່າວ ຈະໄດ້ ຄົ້ນຄວ້າພິຈາ ລະນາຫລາຍ ບັນ ຫາທີ່ສຳຄັນຂອງຊາດ ເປັນຕົ້ນ: ພິຈາລະ ແລະ ຮັບຮອງເອົາການລາຍງານຜົນການເລືອກຕັ້ງ ແທນ ສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງ ຄຳມວນ,ຮັບຟັງການລາຍງານ ກ່ຽວກັບການປະຕິຮູບຍຸດທະ ສາດວຽກງານສາທາລະນະສຸກ 5 ປີຕໍ່ໜ້າ, ຟັງລາຍງານຂອງລັດ ຖະບານກ່ຽວກັບໂຄງການກໍ່ສ້າງ ເມືອງກະລຶມໃໝ່ແຂວງເຊກອງ, ພິຈາລະນາຮັບ ຮອງ ແລະໃຫ້ສັດ ຕະຍາບັນອະນຸສັນຍາການ ເຂົ້າ ເປັນສະມາຊິກອົງການການຄ້າ ໂລກ(WTO)ຂອງ ສປປລາວ.

      ພ້ອມນີ້ ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການກໍ່ ສ້າງ ເຂື່ອນໄຟຟ້ານ້ຳຂອງ ແຂວງໄຊຍະບູລີ,ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງ ອົງການກວດສອບແຫ່ງລັດ ກ່ຽວກັບການກວດສອບບົດສະ ຫລຸບຂາດ ຕົວການຈັດຕັ້ງປະຕິ ບັດແຜນງົບ ປະມານແຫ່ງລັດ ປະຈຳສົກປີ 2010-2011 ແລະ ບົດລາຍງານຜົນການກວດສອບ ຄືນຕາມມະຕິຕົກລົງຂອງສະພາ ແຫ່ງຊາດ, ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານການ ເຄື່ອນໄຫວຊີ້ນຳ-ນຳພາ ຂອງຄະ ນະປະຈຳສະພາແຫ່ງຊາດປະ ຈຳ 6 ເດືອນທ້າຍປີ 2012 ແລະ ພິຈາລະນາຮັບຮອງເອົາການ ສ້າງ ແລະ ປັບປຸງກົດໝາຍຈຳ ນວນ10ສະບັບ,ໃນ ນັ້ນມີກົດໝາຍ ສ້າງໃໝ່4ສະບັບຄື: ກົດໝາຍ ວ່າດ້ວຍຫລັກຊັບ, ກົດໝາຍ ວ່າ ດ້ວຍຊົນລະປະທານ,ກົດ ໝາຍ ວ່າດ້ວຍທຸລະກຳທາງເອ ເລັກ ໂຕຣນິກ, ກົດໝາຍວ່າດ້ວຍການຂົນສົ່ງຫລາຍຮູບແບບ ແລະ ປັບປຸງກົດໝາຍຈຳນວນ6ສະບັບ ຄື:ກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ,ກົດໝາຍວ່າດ້ວຍຂົນ ສົ່ງທາງບົກ,ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ,ກົດ ໝາຍ ວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ,ກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດ,ກົດໝາຍອາ ຍາ ມາດຕາ146 ແລະ ກົດໝາຍ ວ່າ ດ້ວຍຢາເສບຕິດມາດຕາ75 ແລະ76.
     ທ່ານ ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ກ່າວວ່າ:ໃນ ໄລຍະການດຳເນີນກອງປະຊຸມ ສະພາແຫ່ງຊາດ ຈະໄດ້ຈັດຕັ້ງ ໜ່ວຍງານຮັບຜິດຊອບໂທລະສັບ ສາຍດ່ວນເພື່ອຮັບເອົາຄຳຄິດ ເຫັນ ແລະ ຄຳສະເໜີໂດຍກົງ ຈາກ ປະຊາຊົນທີ່ສົ່ງໄປຍັງກອງ ປະຊຸມຜ່ານເບີໂທລະສັບສາຍ ດ່ວນໝາຍເລກ156,ຈົດໝາຍ ທາງໄປສະນີຕູ້ ປນ 662 ,ທາງ ອີເມວ ແລະ ອື່ນໆ.


No comments:

Post a Comment