Monday, December 3, 2012

ຜູ້ນຳພັກ-ລັດວາງພວງມາລາລະນຶກເຖິງຜູ້ເສຍສະຫລະຊີວິດເພື່ອປະເທດຊາດ


           ເນື່ອງ​ໃນ​ໂອກາດ ວັນ​ສະ ຖາ​ປາ​ນາ​ ສາທາ​ລະນະ​ລັດປະຊາ ທິປະ​ໄຕ ປະຊາຊົນ​ລາວ ຄົບ ຮອບ 37 ປີ(02/12/1975-02/12/2012), ບັນດາຜູ້ ນຳພັກ-ລັດ ຂອງສປປ ລາວ ນຳໂດຍ ທ່ານ ຈູມມາລີ ໄຊຍະສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ປະຊາຊົນປະຕິວັດ​ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ບັນດາຄະນະກົມການເມືອງສູນ ກາງພັກ ແລະ ຄະນະລັດຖະບານ, ຄະນະນຳສະພາແຫ່ງຊາດ, ຄະນະນຳກະ ຊວງປ້ອງກັນປະເທດ, ຄະນະນຳກະຊວງປ້ອງກັນຄວາມສະຫງົບ, ຄະນະນຳນະຄອນຫລວງວຽງຈັນ, ອົງການຈັດຕັ້ງມະຫາຊົນ ໄດ້ເຂົ້າ​ວາງ​ພວງ​ມະລາ ຢູ່​ຕໍ່ໜ້າ​ອານຸສາ​ວະລີ​ນັກຮົບ​ນິລະນາມ ​ໃນຕອນເຊົ້າ​ວັນ​ທີ 30 ພະຈິກ 2012.

         ການວາງ​ພວງ​ມະລາ​​ຄັ້ງນີ້ ​ກໍ​​ເພື່ອ​ເປັນ​ການ​ສະແດງເຖິງ​ຄວາມ​ເຄົາລົບ​ຮັກ,ຄວາມກະຕັນ ຍູ​ຮູ້​ບຸນຄຸນ​ເຖິງຄຸນງາມຄວາມດີ ​ແລະ ນ້ຳ​ໃຈ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ​ແລະ ບໍ່​ຍອມ​ຈຳນົນ ຂອງ​ບັນພະ​ບູລຸດລາວກໍຄືບັນດານັກ ຮົບປະຕິວັດ ທີ່​ເສຍສະຫລະ​ຊີວິດ ເລືອດ​ເນື້ອ​ເພື່ອ​ປະ​ເທດ​ຊາດ ແລະ ປະຊາຊົນ ຢ່າງ​ອົງອາດ​ກ້າຫານ ຈົນໄດ້ ຮັບໄຊຊະນະ ແລະ ປະ ກາດເອກະລາດ ແລະ ສະຖາປະ ນາເປັນ ສາທາລະນະລັດປະຊາທິ ປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ຊຶ່ງ​ຄຸນງາມຄວາມ ດີ ​ແລະ ຜົນງານ​ອັນ​ໃຫຍ່​ຫລວງ​ດັ່ງກ່າວ ​ໄດ້​ຖືກ​ຈາລຶກ​ໄວ້​ໃນ​ຊີ ວິດ​ຈິດ​ໃຈ​ຂອງ​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ​ຕະຫລອດ​ໄປ.
        ໃນຕອນເຊົ້າຂອງວັນດຽວ ກັນ ພາຍຫລັງສຳເລັດ ວາງພວງ ມາລາ ຢູ່ອານຸສາວະລີນັກຮົບນີ ລະ ນາມ ແລ້ວບັນດາ ຄະນະກໍ ສືບຕໍ່ໄປວາງກະຕ່າດອກ ໄມ້ ຢູ່ ຕໍ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ ຫລັກ 6.


No comments:

Post a Comment