Monday, December 3, 2012

ເລີ່ມສ້າງໂຄງການດາວທຽມຂອງປະເທດລາວຢ່າງເປັນທາງການ


        ສະຖາບັນຕົ້ນຄວ້າເຕັກນິກ ຈະຫລວດສົ່ງຍານຈີນທີ່ຂຶ້ນກັບ ກຸ່ມບໍລິສັດເຕັກນິກການບິນອະວະ ກາດຂອງຈີນໄດ້ປະກາດຢູ່ທີ່ນະຄອນຫລວງວຽງຈັນໃນວັນທີ 1 ທັນວານີ້ວ່າ: ເລີ່ມສ້າງໂຄງການ ດາວທຽມໂທລະຄົມວິທະຍຸກະຈາຍສຽງຂອງລາວຢ່າງເປັນທາງການ.    
        ຂາວແຈ້ງວ່າ, ໂຄງການດ່ັງກ່າວແມ່ນບໍລິສັດດາວທຽມ ໂມໄບຄົມມິວນິເຄຊັນ(Mobile Communication)ອາຊີປາຊິກຟິກ ຈີນຈຳກັດທີ່ຂຶ້ນກັບສະຖາບັນຄົ້ນ ຄວ້າເຕັກນິກຈະຫລວດສົ່ງຍານ ຈີນເປັນຜູ່ຮັບເຫມົາ,ມີແຜນການ ຈະສົ່ງດາວທຽມດັ່ງກ່າວຂຶ້ນສູ່ອະວະກາດເນື່ອງໃນໂອກາດວັນ ຊາດລາວຄົບຮອບ 40 ປີໃນປີ 2015.ເມື່ອດາວທຽມນີ້ເລີ່ມດຳເນີນງານແລ້ວຈະໃຫ້ການບໍລິ ການແກ່ລາວໃນດ້ານລາຍການ ໂທລະພາບທີ່ມີຄວາມຊັດເຈັນສູງ(HD),ການປິ່ນປົວພະຍາດ ຈາກ ທາງໄກ, ການສຶກສາຈາກ ທາງໄກ,ແລະໂທລະຄົມສຸກເສີນຂອງລັດຖະບານ.  
         
        ໃນພິທີເລີ່ມໂຄງການດ່ັງ ກ່າວ, ທ່ານຫຽມ ພົມມະຈັນ ລັດ ຖະມົນຕີວ່າການ ກະຊວງໄປສະ ນີ ໂທລະຄົມມະນາຄົມແລະການ ສື່ສານລາວໄດ້ກ່າວປາໄສວ່າ: ຫລັງຈາກປະເທດລາວໄດ້ມີພາບ ພົດທີ່ດີຂຶ້ນໃນປະຊາຄົມໂລກພາຍ ຫລັງເປັນເຈົ້າພາບຈັດກອງປະຊຸມອາເຊັມ 9 ຜ່ານມາ, ໂຄງ ການດາວທຽມຂອງປະເທດລາວ ກໍ່ເລີ່ມສ້າງຂຶ້ນເນື່ອງໃນໂອກາດວັນຊາດລາວຄົບຮອບ 37 ປີ, ເຊື່ອວ່າໂຄງການນີ້ຈະເຮັດໃຫ້ ພາບພົດຂອງປະເທດລາວໄດ້ຮັບການຍົກສູງຂຶ້ນຕື່ມອີກ.
       ທ່ານຫວັງຢ່າງຍິ່ງໃຫ້ໂຄງການນີ້ຈະກາຍເປັນແບບຢ່າງໃຫມ່ຂອງການຮ່ວມມືລະຫວ່າງ ສອງປະເທດລາວຈີນໃນຂົງເຂດວິທະຍາສາດເຕັກນິກ.


No comments:

Post a Comment