Monday, December 3, 2012

ອາຊຽນ ແລະ ການພົວພັນກັບພາຍນອກ


    ຕະຫລອດໄລຍະ 45 ປີຜ່ານມາ ນັບແຕ່ອາຊຽນໄດ້ຮັບການສ້າງ ຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1967, ອາຊຽນໄດ້ກາຍເປັນໜຶ່ງໃນບັນ ດາອົງການຈັດຕັ້ງພາກພື້ນທີ່ເຂັ້ມ ແຂງໃນໂລກ. ນັບແຕ່ຊຸມປີ 1970 ເຖິງປັດຈຸບັນ, ບົດບາດຂອງອາ ຊຽນກໍເລີ່ມມີການຂະຫຍາຍຕົວ ແລະ ມີຄວາມສຳຄັນຂຶ້ນເລື້ອຍໆ ບົນພື້ນຖານການຮ່ວມມືດ້ານ ການເມືອງ ແລະ ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ດ້ານວັດ ທະນະທຳ-ສັງຄົມ ເຊິ່ງສະແດງ ອອກຢູ່ບ່ອນວ່າ: ຫລາຍປະເທດ ລວມທັງບັນດາປະເທດມະຫາອຳ ນາດໃຫ້ຄວາມສົນໃຈ ແລະ ໃຫ້ ຄວາມສຳຄັນ ເພື່ອສ້າງການພົວ ພັນ ແລະ ຮ່ວມມືກັນກັບອາຊຽນ ໂດຍອີງໃສ່ພື້ນຖານການຮ່ວມມື ໃນ 3 ຂົງເຂດຕົ້ນຕໍທີ່ກ່າວມານັ້ນ.

    ໂດຍສືບຕໍ່ນະໂຍບາຍເປີດ ກວ້າງການພົວພັນກັບພາຍນອກ ຂອງຕົນ, ອາຊຽນໄດ້ມີການ ຮ່ວມມືກັບພາຍນອກຢ່າງກວ້າງ ຂວາງ ແລະ ໃນຫລາຍລະດັບ ໂດຍຜ່ານບັນດາກົນໄກທີ່ອາຊຽນ ເປັນຜູ້ລິເລີ່ມ ແລະ ມີບົດບາດເປັນ ແກນກາງ ຄືອາຊຽນ +1, ອາ ຊຽນ +3, ເວທີພາກພື້ນອາຊຽນ (ARF), ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນບວກ (ADMM Plus) ແລະ ກອງປະ ຊຸມສຸດຍອດອາຊີຕາເວັນອອກ (EAS) ແນໃສ່ສ້າງສະພາບແວດ ລ້ອມພາຍນອກແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື. ການຮ່ວມມືລະຫວ່າງອາຊຽນ ກັບພາຍນອກໄດ້ດຳເນີນໄປບົນ ຫລັກການພື້ນຖານຂອງອາຊຽນ ທີ່ໄດ້ກຳນົດໄວ້ໃນກົດບັດອາ ຊຽນ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກ ສຽງໃຕ້ ແລະ ເອກະສານພື້ນ ຖານອື່ນໆຂອງອາຊຽນ.
    ປັດຈຸບັນນີ້, ອາຊຽນມີ 10 ຄູ່ເຈ ລະຈາສົມບູນ ຄືອົດສະຕຣາລີ, ຍີ່ ປຸ່ນ, ນູແວນເຊລັງ, ສະຫະລັດອາ ເມລິກາ, ສະຫະພາບເອີຣົບ, ກາ ນາດາ, ສ.ເກົາຫລີ, ສປ ຈີນ, ຣັດ ເຊຍ ແລະ ອິນເດຍ ແລະ ມີ 1 ຄູ່ ຮ່ວມຂະແໜງການ ຄືປາກິດສະ ຖານ. ນອກນີ້, ອາຊຽນຍັງມີການ ຮ່ວມມືກັບບັນດາອົງການຈັດຕັ້ງ ພາກພື້ນ ແລະ ສາກົນອື່ນໆ ແລະ ບາງປະເທດເຊັ່ນ: ອົງການສະຫະ ປະຊາຊາດ, ສະພາການຮ່ວມມື ໃນເຂດອ່າວ (GCC), ສະມາຄົມ ການຮ່ວມມືພາກພື້ນອາຊີໃຕ້ (SAARC) ແລະ ອົງການຮ່ວມມື ຊຽງໄຮ (SCO). ສ່ວນປາປົວນິວ ກີນີ ແມ່ນປະເທດສັງເກດການພິ ເສດຂອງອາຊຽນ. ການໃຫ້ ຄວາມສົນໃຈ ແລະ ຄວາມສຳຄັນ ຂອງພາຍນອກຕໍ່ອາຊຽນນີ້ ໄດ້ ສະແດງໃຫ້ເຫັນເຖິງບົດບາດອັນ ພົ້ນເດັ່ນຂອງອາຊຽນໃນທຸກຂົງ ເຂດການຮ່ວມມື ແລະ ອາຊຽນ ຈະຍົກສູງບົດບາດຂອງຕົນຂຶ້ນ ໄປເລື້ອຍໆໃນການຂະຫຍາຍ ການຮ່ວມມື ເພື່ອເຮັດໃຫ້ອາຊຽນ ກ້າວໄປສູ່ການສ້າງປະຊາຄົມອາ ຊຽນໃຫ້ບັນລຸຕາມເປົ້າໝາຍທີ່ໄດ້ ກຳນົດໄວ້ໃນປີ 2015.
     ອາຊຽນເຫັນວ່າ: ການຮ່ວມມື ກັບພາຍນອກເປັນປະໂຫຍດໃຫ້ ແກ່ຕົນຫລາຍ ເພາະບັນດາຄູ່ເຈ ລະຈາອາຊຽນມີທ່າແຮງໃນ ຫລາຍດ້ານເຊັ່ນ: ເປັນຕະຫລາດ ໃຫຍ່ສຳລັບການສົ່ງອອກຂອງ ອາຊຽນ, ເປັນແຫລ່ງທຶນຮອນ, ແຫລ່ງວິທະຍາສາດ-ເຕັກໂນໂລຊີ ສູງ ແລະ ສ້າງສະພາບແວດລ້ອມ ທີ່ອຳນວຍໃຫ້ແກ່ການຮ່ວມມື ພັດທະນາໃນພາກພື້ນ. ສຳລັບ ສປປ ລາວ ກໍມີນະໂຍບາຍເປີດ ກວ້າງການຮ່ວມມືກັບພາຍນອກ ແນໃສ່ຍາດແຍ່ງທ່າແຮງຈາກ ພາຍນອກມາສົມທົບກັບທ່າແຮງ ພາຍໃນ. ສະນັ້ນ ໃນການພົວພັນ ຮ່ວມມືກັບຄູ່ເຈລະຈາຂອງ ສປປ ລາວ ໂດຍຜ່ານຂອບອາຊຽນ ຈຶ່ງ ເປັນການຍາດແຍ່ງການສະໜັບ ສະໜູນຊ່ວຍເຫລືອຈາກບັນດາ ປະເທດ, ກຸ່ມປະເທດ ແລະ ອົງ ການຈັດຕັ້ງສາກົນທີ່ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຮົາທັງທາງກົງ ແລະ ທາງອ້ອມໃຫ້ນັບມື້ນັບຫລາຍຂຶ້ນເລື້ອຍໆ.
    ນອກຈາກການຮ່ວມມື ແລະ ນຳໃຊ້ທຶນຮອນພາຍໃນອາຊຽນ ແລ້ວ, ການສ້າງປະຊາຄົມອາຊຽນທີ່ປະກອບມີ 3 ເສົາຄ້ຳໃຫ້ສຳເລັດ ໃນປີ 2015 ຍິ່ງມີຄວາມສຳຄັນທີ່ຈະເພີ່ມທະວີການຮ່ວມມືກັບພາຍນອກໂດຍສະເພາະກັບ ບັນດາຄູ່ຮ່ວມເຈລະຈາເພື່ອດຶງດູດເອົາການສະໜັບສະໜູນ ແລະ ຊ່ວຍເຫລືອດ້ານທຶນຮອນ ແລະ ເຕັກນິກວິ ຊາການຕ່າງໆທີ່ຄູ່ເຈລະຈາເຫລົ່ານັ້ນມີທ່າແຮງ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳ ແລະ ໂຄງການຕ່າງໆຂອງອາຊຽນ.
   ຂະນະດຽວກັນ, ອາຊຽນກໍເປັນຄູ່ຮ່ວມທີ່ສຳຄັນສຳລັບຄູ່ເຈລະຈາຕ່າງໆເຊິ່ງເຫັນໄດ້ຈາກອັດ ຕາການຂະຫຍາຍຕົວດ້ານການ ຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນກັບຄູ່ເຈລະຈາເຊັ່ນ: ໃນ ດ້ານການຄ້າ ເຫັນວ່າການຄ້າອາ ຊຽນ-ຈີນ ມີມູນຄ່າປະມານ 362 ຕື້ໂດລາ ແລະ ການລົງທຶນຂອງ ຈີນໃນອາຊຽນມີມູນຄ່າ 5,9 ຕື້ໂດ ລາ, ອາຊຽນ-ຍີ່ປຸ່ນ 273,3 ຕື້ໂດ ລາ ແລະ ການລົງທຶນໃນອາຊຽນ ມີມູນຄ່າ 15,3 ຕື້ໂດລາ, ອາຊຽນ- ສ.ເກົາຫລີ 124,5 ຕື້ໂດລາ ແລະ ການລົງທຶນໃນອາຊຽນມີມູນຄ່າ 2,4 ຕື້ໂດລາ, ອາຊຽນ-ອິນເດຍ 74 ຕື້ໂດລາ ແລະ ການລົງທຶນມີ ມູນຄ່າ 1,8 ຕື້ໂດລາ, ອາຊຽນ-ອີຢູ 265 ຕື້ໂດລາ ແລະ ການລົງທຶນ ໃນອາຊຽນມີມູນຄ່າ 17,2 ຕື້ໂດ ລາ, ອາຊຽນ-ສະຫະລັດ 198,8 ຕື້ ໂດລາ ແລະ ການລົງທຶນໃນອາ ຊຽນມີມູນຄ່າ 6,2 ຕື້ໂດລາ, ອາ ຊຽນ-ການາດາ 10,7 ຕື້ໂດລາ ແລະ ການລົງທຶນໃນອາຊຽນມີ ມູນຄ່າ 900 ລ້ານໂດລາ, ອາ ຊຽນ-ອົດສະຕຣາລີ 59,5 ຕື້ໂດລາ ແລະ ການລົງທຶນໃນອາຊຽນ 1,3 ຕື້ໂດລາ, ອາຊຽນ-ນູແວນເຊລັງ 8,2 ຕື້ໂດລາ ແລະ ອາຊຽນ-ຣັດ ເຊຍ 14 ຕື້ໂດລາ ແລະ ການລົງ ທຶນພາຍໃນອາຊຽນມີມູນຄ່າ 500 ລ້ານໂດລາ. ບັນດາການປະກອບ ສ່ວນຕ່າງໆເຫລົ່ານີ້ມີຄວາມສຳ ຄັນຫລາຍໃນຂະບວນການສ້າງ ປະຊາຄົມອາຊຽນໃຫ້ສຳເລັດ ຕາມເປົ້າໝາຍໃນປີ 2015.
     ສຳລັບ ສປປ ລາວ ເຖິງວ່າຫາ ກໍເລີ່ມຕົ້ນຮ່ວມເຄື່ອນໄຫວວຽກ ງານອາຊຽນກັບຄູ່ເຈລະຈາມາ ພຽງໄລຍະສັ້ນໆກໍຕາມ, ແຕ່ ສປປ ລາວ ກໍໄດ້ຮັບຜົນປະໂຫຍດ ນັບມື້ນັບຫລາຍຂຶ້ນ ໂດຍສະເພາະ ບັນດາໂຄງການພາຍໃຕ້ຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ (IAI) ທີ່ແນໃສ່ຫລຸດຜ່ອນຄວາມ ແຕກໂຕນກັນດ້ານການພັດທະນາ ລະຫວ່າງປະເທດສະມາຊິກເກົ່າ ແລະ ໃໝ່. ມາເຖິງປັດຈຸບັນນີ້, ສປປ ລາວ ໄດ້ເຂົ້າຮ່ວມຫລາຍ ໂຄງການພາຍໃຕ້ກອງທຶນຮ່ວມ ມືພັດທະນາທີ່ລັດຖະບານ ສປ ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ນູແວນເຊ ລັງ, ອິນເດຍ ແລະ ອົງການ ສປຊ ເພື່ອການພັດທະນາ ເປັນຜູ້ສະໜັບ ສະໜູນ. ນອກຈາກການເຂົ້າຮ່ວມ ໂຄງການພາຍໃຕ້ຂອບເຂດການ ຮ່ວມມືອາຊຽນກັບແຕ່ລະຄູ່ເຈລະ ຈາແລ້ວ, ສປປ ລາວ ຍັງໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອ ຈາກບາງຄູ່ເຈລະຈາ ເພື່ອຊ່ວຍ ໃຫ້ ສປປ ລາວ ມີຄວາມສາມາດ ເຂົ້າຮ່ວມເຄື່ອນໄຫວໃນອາຊຽນ ໄດ້ຢ່າງມີປະສິດທິຜົນເຊັ່ນ: ອົງ ການ ສປຊ ເພື່ອການພັດທະນາ, ອົດສະຕຣາລີ, ການາດາ ແລະ ສະຫະພາບເອີຣົບ. ສ່ວນທະນາ ຄານພັດທະນາອາຊີ ເຖິງວ່າບໍ່ໄດ້ ເປັນຄູ່ເຈລະຈາ ກໍໄດ້ໃຫ້ການ ຊ່ວຍເຫລືອແກ່ ສປປ ລາວ ໃນ ການຍົກລະດັບຄວາມຮູ້ວິຊາສະ ເພາະທີ່ກ່ຽວຂ້ອງກັບອາຊຽນ ໃຫ້ແກ່ພະນັກງານລາວຈຳນວນ ໜຶ່ງ ແລະ ໃຫ້ທຶນໃນການຄົ້ນ ຄວ້າກ່ຽວກັບຜົນກະທົບຕໍ່ບາງ ຂະແໜງການເສດຖະກິດຂອງ ສປປ ລາວ ພາຍຫລັງເຂົ້າເປັນ ສະມາຊິກອາຊຽນ ກໍຄືການເຂົ້າ ເຂດການຄ້າເສລີອາຊຽນ.
    ເວົ້າລວມແລ້ວ, ຕະຫລອດໄລ ຍະ 15 ປີ ທີ່ເຂົ້າເປັນສະມາຊິກອາ ຊຽນ, ສປປ ລາວ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການ ຮ່ວມມືກັບອາຊຽນ ກໍຄືກັບຄູ່ເຈ ລະຈາຕ່າງໆ ເພື່ອເລັ່ງໃສ່ການ ເຊື່ອມໂຍງເທື່ອລະກ້າວເຂົ້າກັບ ເສດຖະກິດພາກພື້ນ ແລະ ສາກົນ ເພື່ອຊຸກຍູ້ການຮ່ວມມື ແລະ ຂົນ ຂວາຍເອົາທຶນຮອນມາສ້າງສາ ພັດທະນາປະເທດຊາດ ເຊິ່ງເຫັນ ໄດ້ຈາກການເພີ່ມຂຶ້ນດ້ານການ ຄ້າ, ການລົງທຶນ ແລະ ທ່ອງທ່ຽວ ອັນໄດ້ເຮັດໃຫ້ເສດຖະກິດຂອງ ສປປ ລາວ ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ນີ້ກໍແມ່ນເງື່ອນໄຂ ໜຶ່ງທີ່ຈະເປັນການປະກອບສ່ວນ ເຂົ້າໃນຂະບວນການສ້າງປະຊາ ຄົມອາຊຽນໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ໃນປີ 2015.


No comments:

Post a Comment