Thursday, November 29, 2012

ຢູ່ລາວມີຜູ້ເສຍຊີວິດຍ້ອນພະຍາດເອດແລ້ວ 1 ພັນກວ່າຄົນ


      ເຊື້ອເຮສໄອວີ (HIV) ແລະ ພະຍາດເອດ ໄດ້ແຜ່ລະບາດໃນ ຂອບເຂດທົ່ວໂລກເປັນເວລາ ຫລາຍກວ່າ 30 ປີແລ້ວ ແລະ ຍັງ ສືບຕໍ່ເປັນໄພຂົ່ມຂູ່ປະຊາກອນ ເຊິ່ງມາຮອດປັດຈຸບັນໃນທົ່ວໂລກ ມີຜູ້ຕິດເຊື້ອ HIV ປະມານ 35 ລ້ານຄົນ ໃນນີ້ເຄິ່ງໜຶ່ງແມ່ນແມ່ ຍິງ ແລະ ປະມານ 3,5 ລ້ານຄົນ ແມ່ນເດັກນ້ອຍອາຍຸຕ່ຳກວ່າ 15 ປີ, ມີຜູ້ຕິດເຊື້ອໃໝ່ໃນແຕ່ລະປີ ເກືອບ 3 ລ້ານຄົນ ແລະ ເສຍຊີວິດ ຍ້ອນພະຍາດເອດປະມານ 2 ລ້ານ ຄົນ. ສຳລັບ ສປປ ລາວ ມາຮອດ ເດືອນມິຖຸນາ 2012 ມີຜູ້ຕິດເຊື້ອ HIV ແລ້ວຈຳນວນ 5.260 ຄົນ, ເປັນພະຍາດເອດ 3.282 ຄົນ ແລະ ເສຍຊີວິດຍ້ອນພະຍາດເອດ 1.334 ຄົນ.
       ທ່ານ ສຈ. ດຣ. ເອກສະ ຫວ່າງ ວົງວິຈິດ ລັດຖະມົນຕີວ່າ ການກະຊວງສາທາລະນະສຸກ ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນ ໃນ ວັນທີ 29 ພະຈິກນີ້ ຢູ່ກະຊວງສາ ທາລະນະສຸກ ເນື່ອງໃນໂອກາດ ວັນສາກົນຕ້ານເອດ 1 ທັນວາ ແລະ ທ່ານຍັງໄດ້ກ່າວບາງຕອນ ສຳຄັນວ່າ: ວັນທີ 1 ທັນວາ ວັນ
ສາກົນຕ້ານເອດ ເປັນວັນທີ່ປະຊາ ຊົນໃນທົ່ວໂລກຈະໄດ້ຮ່ວມພະລັງ, ຮ່ວມແຮງ, ຮ່ວມໃຈກັນໃນການ ສະກັດກັ້ນ, ຕ້ານເຊື້ອ HIV ແລະ ພະຍາດເອດ ໂດຍສະເພາະເປັນ ການສ້າງຂະບວນການໃນການ ເຜີຍແຜ່ຄວາມຮູ້ກ່ຽວກັບເຊື້ອ HIV ແລະ ພະຍາດເອດ, ຕ້ານ ການຈຳແນກ, ແບ່ງແຍກ ແລະ ລັງກຽດຜູ້ຕິດເຊື້ອ HIV ແລະ ພະ ຍາດເອດ; ເປັນວັນທີ່ພວກເຮົາຈະ ໄດ້ຢັ້ງຢືນຄວາມຮັບຜິດຊອບ ຮ່ວມກັນໃນການສືບຕໍ່ວຽກງານ ຕ້ານເອດ ແລະ ຮັກສາຜົນສຳເລັດ ທີ່ຍາດມາໄດ້ໃນທົດສະວັດຜ່ານ ມາ ໃນການຮັກສາລະດັບການ ຕິດເຊື້ອ HIV ຢູ່ ສປປ ລາວ ໃຫ້ ຍັງຢູ່ໃນລະດັບຕ່ຳ ຄືຫລຸດ 1% ໃນ ກຸ່ມປະຊາກອນທົ່ວໄປ ອາຍຸ 15- 49 ປີ. ສະເພາະ 6 ເດືອນຕົ້ນປີ 2012 ມີຜູ້ຕິດເຊື້ອ HIV ໃໝ່ຢູ່ ສປປ ລາວ ຈຳນວນ 318 ຄົນ, ເປັນພະຍາດເອດ 177 ຄົນ ແລະ ເສຍຊີວິດ 44 ຄົນ.
      ລັດຖະມົນຕີວ່າການກະຊວງ ສາທາລະນະສຸກ ກ່າວອີກວ່າ: ເຊື້ອ HIV ແລະ ພະຍາດເອດ ແມ່ນພະຍາດຕິດຕໍ່ຊະນິດໜຶ່ງທີ່ໄດ້ ສ້າງສິ່ງທ້າທາຍຢ່າງຫລວງ ຫລາຍ ແລະ ໄດ້ສ້າງຄວາມເສຍ ຫາຍດ້ານຊີວິດ ແລະ ດ້ານເສດ ຖະກິດ-ສັງຄົມໃຫ້ແກ່ມວນມະນຸດ ດັ່ງທີ່ບໍ່ເຄີຍມີມາກ່ອນ. ສຳລັບຄຳ ຂວັນຕ້ານເອດທີ່ອົງການສະຫະ ປະຊາຊາດຕ້ານເອດ ຫລື UNAIDS ໄດ້ກຳນົດແມ່ນ “ສຸມ ທຸກກຳລັງເພື່ອບັນລຸ 3 ບໍ່ ຄືບໍ່ມີກໍ ລະນີຕິດເຊື້ອ HIV, ບໍ່ມີການຕາຍ ຍ້ອນພະຍາດເອດ ແລະ ບໍ່ມີການ ຈຳແນກ, ແບ່ງແຍກ ແລະ ລັງ ກຽດ”. ສຳລັບອາຊຽນ ແລະ ສປປ ລາວ ຄຳຂວັນຕ້ານເອດ ໃນ ປີນີ້ແມ່ນ “ປ້ອງກັນແມ່ຍິງ ແລະ ເດັກນ້ອຍຈາກເຊື້ອ HIV ແລະ ພະຍາດເອດ”.


No comments:

Post a Comment