Wednesday, November 28, 2012

ການແຂ່ງຂັນຕີຄີ ປະຊາຊົນຊະນະຝ່າຍພະນັກງານ 5-4


    ເຖົ້າ​​ແກ່​ບູຮານ​ເພິ່ນເວົ້າ​ວ່າ ຖ້າ​ປີ​ໃດ ການ​ແຂ່ງຂັນ​ຕີຄີ ​ຝ່າຍ​ປະຊາຊົນ ເອົາ​ຊະນະ ຝ່າຍ​ພະນັກ ງານ​ໄດ້ ບ້ານ​ເມືອງ ຈະ​ຢູ່​ເຢັນ​ເປັນ​ສຸກ ​ເຊິ່ງການ​ແຂ່ງຂັນຕີຄີ ໃນ​ງານ​ບຸນ​ນະມັດສະການ​ພະ ທາດ​ຫລວງວຽງ​ຈັປະຈຳ ພສ 2555 ນີ້ ຝ່າຍ​ປະຊາຊົນ​ຍັງ​ເຂັ້ມ​ແຂງສາມາດ​ເອົາ​ຊະນະ ຝ່າຍ​ພະ ນັກງານ ໄປ​ໄດ້ 5-4 ປະຕູ.
        ບຸນ​ນະມັດສະການ​ພະທາດ​ຫລວງວຽງ​ຈັນ ໃນ​ທຸກໆ​ປີ ພໍ​ມາ​ເຖິງ​ມື້ສຸດ​ທ້າຍ​ ຄື​ມື້ຂຶ້ນ 15 ຄ່ຳ​ ເດືອນ 12 ລາວ ຕອນ​ກາງ​ເວັນ ໄດ້​ມີ​ການ​ແຂ່ງຂັນ​ກິລາຕີຄີ​ຢູ່​ບໍລິ​ເວນ​ເດີ່ນ​ພະ​ທາດຫລວງ​ວຽງ​ຈັນ ເຊິ່ງປີນີ້ ແມ່ນ​ທ່ານ ສົມ​ວັນ​ດີ ນາ​ຖາ​ວົງ, ຮອງ​ເລຂາ​ພັກ​ນະຄອນ ຫລວງ​ວຽງ​ຈັນ, ຮອງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ ແລະ ທ່ານ ຖະໜອມ​ ທຳ​ທອງ, ​ເຈົ້າ​ເມືອງໄຊ​ເຊ​ດ​ຖາ ​ໃຫ້​ກຽດ ​​​ເຂ່ຍ​ລູກ​ຄີ ໂດຍ​ມີ ມວນ​ຊົນ​ຊາວ​ ນະ ຄອນຫລວງ, ຕ່າງ​ແຂວງ ​ແລະ ຊາວ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ຊົມ​ຢ່າງ​ຄັບຄາ​ໜາ​ແໜ້ນ.

     ການ​ແຂ່ງຂັນ​ຕີ​ຄີ ຄັ້ງນີ້ ກໍ​ເໝືອນ​ກັບ​ປີຜ່ານໆມາ ​ທີ່​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້ເບິ່ງ ຜູ້​ຊົມ ​ເຊິ່ງຝ່າຍ​ປະຊາຊົນ ແລະ ຝ່າຍ​ພະນັກງານ ຕ່າງ​ຝ່າຍ​ຕ່າງ​ສູ້​ກັນ​ຢ່າງ​ສຸດ​ຄວາມ​ສາມາດ. ແຕ່​ສຸດ​ທ້າຍ ກໍ​ຍັງ​ບໍ່​ເໝືອຄວາມ​ແຂງ​ແຮງ​ຂອງ​ຝ່າຍ​ປະຊາຊົນ ສາ ມາດ​ເອົາ​ຊະນະ ຝ່າຍ​ພະນັກງານ​ໄປ​ໄດ້ 5-4 ປະຕູ​ ​ເປັນ​ອັນວ່າ ປີນີ້ ບ້ານ​ເມືອງ ຢູ່​ເຢັນ​ເປັນ​ສຸກ ບໍ່​ອຶ​ດ​ເຂົ້າ ບໍ່​ອຶດປາ ມີ​ເຂົ້າ​ເຕັມ​ນາ​ ປາ​ເຕັມ​ໜອງ​ເສດ​ຖະກິດ ຈະ​ເລີ​ນຮຸ່ງ​ເຮືອງ ບ້ານເມືອງ​ ມີ​ຄວາມ​ສະ ຫງົບ​ປອດ​ໄພ ການ​ທຳ​ມ​າຫາ​ກິນ ມີແຕ່​ຄວາມ​ລາບ​ລື້ນ ແລະ ບ້ານ​ເມືອງ ຈະ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ສີວິໄລ ຂຶ້ນ​ໄປ​ເລື້ອຍໆ.
      ກ່ອນ​ຈະ​ມີ​ການ​ແຂ່ງຂັນ​ກິລາ​ຕີ​ຄີ​ນີ້ ບັນດາ​ຜູ້​ເຖົ້າ​ແກ່​ແນວ​​ໂຮມ ອາ​ຈານ​ ​ແມ່ນ​ໄດ້​ພ້ອມ​ກັນ​ຈັດ​ໃຫ້​ມີ​ທາງ​ຮີ​ດຄອງ​ປະ​ເພນີ​ເໝືອນ​ທຸກໆ​ປີ ເພື່ອ​ອັນ​ເຊີນ​ລູກ​ຄີ​ລົງ​ມາ ແລ້ວ​ແຫ່​ອ້ອມ​ກົມມະ​ລຽນ​ພະ ທາດ​ຫລວງ 3 ຮອບ ຈາກ​ນັ້ນ ຈຶ່ງ​ມີ​ການ​​ແຂ່ງຂັນຕີຄີ ເມື​່ອ​ແຂ່ງຂັນ​ສຳ​ເລັດ​​ແລ້ວ ກໍ​ໄດ້​ແຫ່​ລູກ​ກັບ​ຄືນ ແລະ ອັນ​ເຊີນ​ລູກຄີ​ໄວ້​ຄື​ເກົ່າ ​ເຊິ່ງ​ໄດ້​ບົ່ງ​ບອກ​ເຖິງ​ຄວາມ​ສັກສິດ​ຕາມ​ການ​ເຊື່ອ​ຖື​ກັນ​ມາຕັ້ງ​ແຕ່​ບູຮານ​ນະ​ການ.


No comments:

Post a Comment