Thursday, November 29, 2012

ຫລາຍກອງທຶນບ້ານໄດ້ພັດທະນາ ຂຶ້ນເປັນສະຫະກອນສິນເຊື່ອ


         ​ແນວ​ຄວາ​ມຄິດ​ລິ​ເລີ່​ມການ​ສ້າງຕັ້ງກອງ​ທຶນ​ພັດທະນາ​ບ້ານ​ແມ່ນ​ຖືກ​ສອດ​ຫ້ອຍ​ເຂົ້າກັບ​ແຜນ​ຍຸດ​ທະ​ສາດ​ເພື່ອ​ການ​ເຕີບ​ໃຫຍ່ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ແຫ່ງ​ຊາດ ​ໃນ​ປີ 2003 ​ໂດຍ​ໄດ້​ກຳນົດ​ເອົາ 72 ​ເມືອງ ​ເປັນ​​ເມືອງ​ທຸກ​ຍາກ, ​ໃນ​ນັ້ນ 47 ​ເມືອງ ​ເປັນ​ເມືອງ​ທຸກ​ຍາກ​ສຸດ. ຜ່ານ​ການ​ສຳ​ຫລວດ​ພົບ​ວ່າ: ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ປະຊາຊົນ​ມີ​ຄວາມທຸກ​ຍາກ ​ແມ່ນ​ຍ້ອນ​ຂາດທຶນ​ຮອນ ​ເພື່ອ​ເຮັດ​ການ​ຜະລິດ ​ເນື່ອງ​ຈາກ​ບໍ່​ສາມາດ​ເຂົ້າ​ເຖິງ​ລະບົບ​ສິນ​ເຊື່ອ ຫລື ຖ້າ​ເຂົ້າ​ເຖິງ​ກໍ​ມີ​ອັດຕາ​ດອກ​ເບັ້ຍສູງ ລວມ​ເຖິງ​ເງື່ອນ​ໄຂ​ກູ້​ຢືມ​ມີ​ການ​ຜູກ​ມັດ​ຫລາຍ​ຢ່າງ ຍ້ອນ​ເຫັນ​ໄດ້​ຄວາມ​ຈຳ​ເປັນ​ຄື​ແນວ​ນັ້ນ, ລັດຖະບານ​ຈຶ່ງ​ໄດ້​ຕັດສິນ​ໃຈ​ຈັດ​ສັນ​ງົບປະ ມານ​ແບ່ງປັນ​ໃຫ້ 47 ​ເມືອງ​ທຸກ​ຍາກ ​ເພື່ອ​ປະກອບ​ສ້າງ​ເປັນ​ກອງ ທຶນ​ໝູນວຽນ​ຂັ້ນບ້ານ​ໃຫ້​ປະຊາ ຊົນ​ຜູ້​ທຸກ​ຍາກ​ໄດ້​ກູ້​ຢືມ​ໂດຍ​ກົງ ​ໄປ​ເຮັດ​ການ​ຜະລິດ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ​ຕາມ​ເງື່ອນ​ໄຂ ​ແລະ ທ່າ​ແຮງ​ຂອງ​ຕົນ ​ໂດຍ​ແນ​ໃສ່​ເຮັດ​ໃຫ້​ປະຊາຊົນ​ມີ​ອາຊີບ, ມີ​ການ​ຜະລິດ​ທີ່​ໝັ້ນຄົງແລະ ຄ່ອຍໆ​ ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ.

       ລະບຽບ​ຂອງ​ການ​ປ່ອຍ​ສິນ​ເຊື່ອ​ມີ​ຄື ​ໄລຍະ​ເວລາ​ການ​ກູ້​ຢືມ​ແມ່ນ 6 ​ເດືອນ​ຫາ​ໜຶ່ງ​ປີ, ອັດຕາ​ດອກ​ເບັ້ຍ 6-8% ຕໍ່​ປີ. ​ໃນ​ກໍລະນີ​ເຈັບ​ເປັນ​ແມ່ນ​ປ່ອຍ​ກູ້​ບໍ່​ມີດ​ອກ​ເບັ້ຍ 3 ​ເດືອນ ​ແລະ ກິດຈະກຳ​ເປົ້າໝາຍ​ຂອງ​ການ​ປ່ອຍ​ສິນ​ເຊື່ອ​ແມ່ນ​ການ​ປູກຝັງ-ລ້ຽງສັດ, ຫັດ ຖະກຳ, ອຸດສາຫະກຳ​ປຸງ​ແຕ່ງ​ສະບຽງ​ອາຫານຈາກ​ຜົນ​ຜະລິດ​ກະສິກຳ, ການ​ບຸກ​ເບີກ​ເນື້ອທີ່​ການ​ຜະລິດ, ການ​ບໍລິການ ​ແລະ ກິດຈະກຳ​ອື່ນໆ.
    ​ເລີ່​ມ​ແຕ່​ປີ 2003-2012 ສາມາດ​ສ້າງຕັ້ງກອງ​ທຶນ​ພັດທະນາ​ຂັ້ນ ບ້ານ​ໄດ້ 528 ບ້ານໃນ 16 ແຂວງ, 1 ນະຄອນຫລວງ​ວຽງ​ຈັນ, ມີ​ທຶນ​ໝູນວຽນ 42 ຕື້ກວ່າ​ກີບ, ມີ​ສະ ມາຊິກ​ກອງ​ທຶນ​ປະມານ 34 ພັນ​ກວ່າ​ຄອບຄົວ ​ໃນ​ນີ້ກິດຈະກຳ​ປູກຝັງ​ປະມານ 7 ພັນ​ກວ່າ​ຄອບ ຄົວ ​ເປັນ​ເງິນ​ປະມານ 9 ຕື້ກວ່າ​ກີບ, ລ້ຽງສັດ 11 ພັນ​ກວ່າ​ຄອບ ຄົວ ​ເປັນ​ເງິນ 16 ຕື້ກວ່າ​ກີບ, ຫັດ ຖະກຳ​ປະມານ 990 ກວ່າ​ຄອບ ຄົວ ​ເປັນ​ເງິນ 800 ລ້ານ​ກວ່າ​ກີບ ​ແລະ ກິດຈະກຳ​ອື່ນໆ​ປະມານ 4 ຕື້ກວ່າ​ກີບ.
       ຜ່ານ​ການ​ຕິດຕາມ​ກວດກາ ​ແລະ ຕີ​ລາຄາ​ຂອງ​ຄະນະ​ວິຊາ​ການ​ຂັ້ນສູນ​ກາງ ມີ​ຫລາຍ​ກອງ​ທຶນ​ໄດ້​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ​ສູງ ​ແລະ ມີ​ບາງ​ກອງ​ທຶນ​ໄດ້​ຂະ ຫຍາຍຕົວ​ກ້າວ​ຂຶ້ນ​ເປ​ັນສະຫະ ກອນ​ສິນ​ເຊື່ອ​ເຊັ່ນ: ກອງ​ທຶນ​ບ້ານ​ດອນ​ຈັນ, ນາ​ເລົ່າ ​ເມືອງ​ນາ​ແລ, ບ້ານ​ຊຽງ​ກົກ ​ເມືອງ​ລອງ ​ແຂວງ​ຫລວງ​ນ້ຳທາ ​ແລະ ກອງ​ທຶນ​ອື່ນໆ. ຄອບຄົວ​ສະມາຊິກ​ກອງ​ທຶນ​ໄດ້​ຫລຸດ​ພົ້ນອອກ​ຈາກ​ຄວາມ ທຸກ​ຍາກ​ກ້າວ​ຂຶ້ນ​ເປັນ​ຄອບຄົວ​ມີ​ຢູ່​ມີ​ກິນ​ ​ແລະ ຫລາຍ​ຄອບຄົວ​ໄດ້​ກາຍ​ເປັນ​ຄອບຄົວ​ຕົວ​ແບບ​ຜະລິດ​ສິນຄ້າ​ດ້ານ​ຕ່າງໆ ຄື​ຄອບຄົວ​ແບບຢ່າງ​ດ້ານ​ການ​ປູກຝັງ​ມີ 13 ຄອບຄົວ, ດ້ານ​ການ​ລ້ຽງສັດ 30 ຄອບຄົວ, ຫັດຖະກຳ 3 ຄອບຄົວ ​ແລະ ດ້ານ​ກິດຈະກຳ​ອື່ນໆ 22 ຄອບຄົວ.
       ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ ​ໃຫ້​ຮູ້​ວ່າ: ການ​ສ້າງ ຕັ້ງກອງ​ທຶນ​ບ້ານ​ໄດ້​ເຮັດ​ໃຫ້​ປະ ຊາຊົນ​ບັນດາ​ເຜົ່າ​ເຫັນ​ໄດ້​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ພັກ-ລັດ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ ​ແລະ ມີ​ຄວາມ​ເຊື່ອ​ໝັ້ນຕໍ່​ແນວ ທາງ​ນະ​ໂຍບາຍ. ສິ່ງ​ສຳຄັນ​ເຂົາ​ເຈົ້າ​ເຫັນ​ວ່າ: ກອງ​ທຶນ​ພັດທະນາ​ບ້ານ​ໄດ້​ລົງ​ເຖິງ​ການ​ຜະລິດ​ຕົວ​ຈິງ​ຂອງ​ປະຊາຊົນ ​ເຊິ່ງ​ໄດ້​ສ້າງ​ເງື່ອນ​ໄຂ​ອັນ​ສະດວກ​ໃນ​ການ​ພັດ ທະນາ​ບ້ານ, ຄອບຄົວ​ທຸກ​ຍາກ​ໄດ້​ມີ​ໂອກາດ​ເຂົ້າ​ເຖິງ​ແຫ​ລ່ງທຶນ​ດອກ​ເບັ້ຍຕ່ຳ ​ແລະ ​ໄດ້​ກູ້​ຢືມ​ໄປ​ເຮັດ​ການ​ຜະລິດ ຫລື ການ​ບໍລິ ການ​ຂະໜາດ​ນ້ອຍ, ສ້າງ​ລາຍ​ຮັບ​ຕົວ​ຈິງ​ໃຫ້​ແກ່​ຄອບຄົວ ​ເຮັດ​ໃຫ້​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ, ຫລຸດ​ພົ້ນອອກ​ຈາກ​ຄວາມ ທຸກ​ຍາກ ​ແລະ ສິ່ງ​ສຳຄັນ​ໜຶ່ງ​ແມ່ນ​ເຮັດ​ໃຫ້​ປະຊາຊົນ​ຮູ້ຈັກ​ນຳ​ໃຊ້ ​ແລະ ບໍລິຫານ​ເງິນ​ເຂົ້າ​ໃນ​ການ​ຜະລິດ​ຢ່າງ​ມີ​ປະສິດທິ​ຜົນ.


No comments:

Post a Comment