Wednesday, November 28, 2012

ການ​ຊ່ວຍ​ເຫລືອ​ຈາກ​ສາກົນ​ເຂົ້າ​ໃນ​ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກໃນ​ໜຶ່ງ​ປີຜ່ານມາ


       ຄະນະ​ພັດທະ​ນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ ​ໃຫ້​ຮູ້​ວ່າ: ​ໃນ​ສົກ​ປີ 2011-2012, ການ​ພົວພັນ​ຮ່ວມ​ມື ​ແລະ ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ໄດ້​ດຳ​ເນີນ​ໄປ​ຢ່າງ​ໜັກ​ແໜ້ນ ​ແລະ ມີ​ປະສິດທິ​ຜົນ. ຂະນະ​ດຽວ​ກັນ ໃນ​ເວທີ​ອາ​ຊຽນ, ສປປ ລາວ ກໍ​ເປັນ​ເຈົ້າການ​ຫລາຍ​ຂຶ້ນ​ໃນ​ວຽກ​ງານ​ການ​ພັດທະນາ​ຊົນນະ ບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ອາ9ຍ ​ໂດຍ​ໄດ້​ຢືນຢັນ​ເຖິງ​ພັນທະ ​ແລະ ຄວາມ​ຈິງ​ຈັງ​ຂອງ​ລາວ​ໃນ​ການ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ປະຊາ​ຄົມ​ສາກົນ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ບັນລຸ MDG ​ໂດຍ​ໄດ້​ເປັນ​ຈຸດ​ປະສານ​ງານ​ໃນ​ການ​ສ້າງ​ເຄືອ​ຂ່າຍ​ສິນ​ເຊື່ອ​ຂະໜາດ​ນ້ອຍ ​ແລະ ການ​ເງິນ​ຈຸ​ລະ​ພາກ​ອາ​ຊຽນຮັບ​ໃຊ້​ໃຫ້​ແກ່​ກະສິກອນ​ຜູ້​ທຸກ​ຍາກ.
    ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ຮ່ວມ​ມື​ກັບ​ສາກົນ ອັນ​ພົ້ນ​ເດັ່ນ​ແມ່ນ​ການ​ຮ່ວມ​ມື​ກັບ ສສ ຫວຽດນາມ ​ໂດຍ​ສະ​ເພາະ​ພາຍຫລັງ​ທີ່​ພັກ-ລັດ ຖະບານ​ໄດ້​ມອບ​ໂອນ​ຄວາມ​ຮັບຜິດ ຊອບ​ໂຄງການ​ຮ່ວມ​ມື​ພັດທະນາ​ຊາຍ​ແດນ ລາວ-ຫວຽດນາມ ຢູ່ 10 ຈຸດ​ສຸມ ມາ​ໃຫ້​ຄະນະ​ພັດທະນາ​
ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ (ຄພທສ) ສິ່ງ​ດັ່ງກ່າວ​ໄດ້​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ທີ່​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ​ໃນ​ຊຸມ​ປີ​ຕໍ່ໜ້າ​ນີ້ ຈະ​ໄດ້​ມີ​ຄວາມ​ພະຍາຍາມ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ແລະ ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ກັບ ສປ ຈີນ ​ໂດຍ​ຜ່ານ​ຄະ ນະ​ກຳມະການ​ຫລຸດຜ່ອນ​ຄວາມ ທຸກ​ຍາກ​ສາກົນ​ແຫ່ງ​ປະ​ເທດ​ຈີນ ​ແລະ ກອບ​ອາ​ຊຽນ +3 ​ເຊິ່ງຕົ້ນຕໍ​ແມ່ນ​ການ​ແລກປ່ຽນ​ບົດຮຽນ ​ແລະ ສ້າງ​ຂີດ​ຄວາມ​ສາມາດ​ໃຫ້​ພະນັກງານ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ. ນອກຈາກ​ນີ້ ການ​ພົວ ພັນ​ກັບ ສ.​ເກົາຫລີ ​ກໍ​ໄດ້​ມີ​ໜໍ່​ແໜງ​ທ່ວງທ່າ​ຂະຫຍາຍຕົວ​ດີ ​ໂດຍ​ສະ​ເພາະ​ການ​ຮ່ວມ​ມື​ຜ່ານ​ອົງການ​ກວດກາ ​ແລະ ​ໃນ​ກອບ​ຂອງ​ “​ເຊ​ມາ​ອຶນ​ດົງ”.
    ສຳລັບ​ມູນ​ຄ່າ​ການ​ຊ່ວຍ​ເຫລືອ​ລ້າ​ທີ່ ຄພທສ ​ໄດ້​ຮັບ (ບໍ່​ໜັບ ທລຍ ​ແລະ ​ໂຄງການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ) ມີ 79 ຕື້ກວ່າ​ກີບ ​ເທົ່າ​ກັບ 70% ຂອງ​ງົບປະມານ​ລັດ​ທີ່​ຮັບ​ຜ່ານ ຄພທສ, ​ໃນ​ນັ້ນ ມີ​ທຶນ​ເຈລະຈາ​ຍາດ​ແຍ່ງ​ເຂົ້າ​ໃນ​ໂຄງ ການ​ສະ​ເພາະ​ທີ່​ຂັ້ນ​ເທິງ​ຊີ້ນຳ 3 ຕື້ກີບ. ທຶນ​ດັ່ງກ່າວ​ແມ່ນ​ມາ​ຈາກ​ປະ​ເທດ​ຍີ່ປຸ່ນ, ​ເກົາຫລີ, ມາ​ເລ​ເຊຍ, ສິງກະ​ໂປ, ຮົງ​ກົງ, ​ໄຕ້​ຫວັນ, ສະຫະລັດ​ອາ​ເມ​ລິ​ກາ, ກາ​ນາ​ດາ, ອົດ​ສະຕຣາລີ, ອັງກິດ ​ໂດຍ​ຜ່ານ​ອົງການ​ສຸພາ​ນິມິດ, ອອກ​ຟາ​ມ, ຊາຍ​ຟັນ, ລູ​ເທີ​ແລນ ​ແລະ ​ເຮວ​ວິ​ຕັດ. ນອກຈາກ​ນີ້ ​ໃນ​ຖານະ​ເປັນ​ຄະນະ​ປະສານ​ງານ​ໂຄງການ​ພັດທະນາ​ເຂດ​ເນີນ​ສູງ​ພາກ​ເໜືອ ກໍ​ໄດ້​ຮັບ​ທຶນ​ຈາກ​ສະ ຫະພາບ​ເອີຣົບ ​ໂດຍ​ຜ່ານ​ອົງການ​ພັດທະນາ​ເຂດ​ເນີນ​ສູງ​ພາກ​ເໜືອ GIZ ​ເຢຍລະ​ມັນ ​ໃຫ້ການ​ຊ່ວຍ​ເຫລືອ​ລ້າ ຈຳນວນ 1,5 ຕື້ກີບ.
    ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ ສູນ​ກາງ ​ໃຫ້​ຮູ້​ວ່າ: ໜຶ່ງ​ປີ ຜ່ານມາ ການ​ຍາດ​ແຍ່ງ ​ແລະ ຄຸ້ມ​ຄອງ​ຈັດຕັ້ງປະຕິບັດ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ ​ແມ່ນ​ໄດ້​ຕິດ​ພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​ການ​ສ້າງ​ສະຕິ​ລະວັງ​ຕົວ, ຄວາມ​ຮັບ​ຮູ້ ​ແລະ ຂີດ​ຄວາມ​ສາມາດ​ບົນພື້ນ ຖານ​ຈິດ​ໃຈ​ເປັນ​ເຈົ້າຕົນ​ເອງ​ ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ພວກ​ເຮົາ​ໄດ້​ມີ​ຄວາມ​ພະຍາຍາມ ​ແລະ ຜົນ ສຳ​ເລັດ​ໃນ​ການ​ຫັນ​ກິດຈະກຳ ​ໂຄງການ​ທີ່​ຕ່າງປະ​ເທດ​ຊ່ວຍ​ເຫລືອ​ໄປ​ຮັບ​ໃຊ້​​ໃນ​ການ​ສ້າງ​ບ້ານ​ໃຫ້​ເປັນ​ຫົວໜ່ວຍ​ພັດທະນາ, ສ້າງ​ບ້ານ​ໃຫຍ່​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ. ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ປາກົດການ​ຫຍໍ້​ທໍ້ ​ແລະ ຂໍ້​ຂັດ​ແຍ່ງທີ່​ເກີດ​ຂຶ້ນ​ໃນ​ບັນ ດາ​ໂຄງການ​ທັນ​ເວລາ ​ແລະ ມີ​ປະສິດທິ​ຜົນ, ຕີ​ຖອຍ​ຄວາມ​ລັ່ງ​ເລ, ຄອນ​ແຄນ ​ແລະ ລະ​ແວງ​ສົງ​ໄສ​ຂອງ​ຜູ້​ໃຫ້​ທຶນ​ຕໍ່​ແນວທາງ​ນະ​ໂຍ ບາຍ​ຂອງ​ພັກ ​ແລະ ລັດຖະບານ​ເຮົາ​ກ່ຽວ​ກັບ​ການ​ພັດທະນາ​ຊົນ ນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ, ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ, ຄວາມ​ເຊື່ອ​ໝັ້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ພັດທະນາ ການ​ເຂົ້າຫາ​ແຫ​ລ່ງ ທຶນ. ຜ່ານ​ການຈັດຕັ້ງປະຕິບັດ​ວຽກ​ງານ​ດັ່ງກ່າວ ນອກຈາກ​ໄດ້​ຄຸ້ມ​ຄອງ​ການ​ດຳ​ເນີນ​ໂຄງການ​ໃຫ້​ມີ​ປະສິດທິ​ຜົນ​ ນຳ​ເອົາ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ-ສັງຄົມ​ມາ​​ໃຫ້​ທ້ອງ​ຖິ່ນ​ແລ້ວ, ສະຕິ​ຄວາມ​ຮັບ​ຮູ້ ​ແລະ ຂີດ​ຄວາມ​ສາມາດ​ຂອງ​ຄະນະ​ພັກ ອົງການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ພິ​ເສດ, ​ໃນ​ປີ ຜ່ານມາ​ໄດ້​ລະດົມ​ການ​ຊ່ວຍ​ເຫລືອ​ຈາກ​ສັງຄົມ​ໃນ​ປະ​ເທດ​ເປັນ​ຫລາຍ​ກວ່າ 500 ລ້ານ​ກີບ ​ເພື່ອ​ຮັບ​ໃຊ້​ໃຫ້ການ​ສົງ​ເຄາະ​ສຸກ​ເສີນ​ຕາມ​ການ​ຊີ້ນຳ​ຂອງຂັ້ນ​ເທິງ. ​ເວົ້າ ລວມ​ແລ້ວ, ສົກ​ປີ 2011-2012 ນີ້ ​ເປັນ​ປີ​ຂອງ​ການ​ສືບ​ຕໍ່​ເສີມ​ຂະ ຫຍາຍ​ການ​ພົວພັນ​ຮ່ວມ​ມື ​ແລະ ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ກັບ​ຕ່າງປະ​ເທດ​ໃຫ້​ໜັກ​ແໜ້ນ ​ແລະ ມີ​ປະສິດທິ​ຜົນ​ ກຽມພື້ນຖານ​ໃຫ້​ແກ່​ການ​ສ້າງ​ທ່າ​ເປັນ​ເຈົ້າການ​ໃນ​ຊຸມ​ປີ​ຕໍ່ໜ້າ.


No comments:

Post a Comment