Thursday, November 29, 2012

ອຸທາຫອນຂ້າກັນ ຍ້ອນຄ່າລົດແພງ


        ນັບ​ວ່າ​ເປັນ​ຄະດີ​ອຸທາຫອນ​ໜຶ່ງ​ສຳລັບ​ຜູ້​ທີ່​ມີ​ອາຊີບ​ຂັບ​ລົດ​ຕຸກໆ-ຈຳ​ໂບ້ ຢູ່​ໃນ​ຕົວ​ເມືອງ, ຫລັງ​ຈາກ​ເມື່ອ​ບໍ່​ດົນ​ມານີ້ ​ໄດ້​ເກີດ​ເຫດ​ຜິດ​ຖຽງ​ກັນ ລະຫວ່າງ​ຜູ້​ໂດຍສານ​ກັບ​ຜູ້​ຂັບ​ລົດ​ໂດຍ ສານ​ກ່ຽວ​ກັບ​ເລື່ອງ​ຄ່າ​ລົດ​ແພງຈົນ​ກ້າວ​ໄປ​ເຖິງ​ການ​ທຳຮ້າຍ​ຮ່າງກາຍ​ຈົນ​ເສຍ​ຊີວິດ.
       ກອງ​ບັນຊາ​ການ ປກສ ​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ເວລາ​ປະມານ 2 ​ໂມງ​ກາງຄືນ ຂອງ​ວັນ​ທີ 24 ພະຈິກ 2012, ພາຍຫລັງ​ເຈົ້າໜ້າ​ທີ່​ໄດ້​ຮັບ​ແຈ້ງ​ຈາກ​ພົນລະ​ເມືອງ​ດີ​ວ່າ​ເກີດ​ມີ​ການ​ທຳຮ້າຍ​ຮ່າງກາຍ​ໃນ​ເຂດ​ບ້ານ​ອຸບ​ມຸງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ, ​ເຈົ້າໜ້າ​ທີ່​ຈຶ່ງ​ໄດ້​ຮີບ​ຮ້ອນ​ຈັດ​ກຳ ລັງ​ລົງ​ກວດກາ​ສະຖານ​ທີ່​ເກີດ​ເຫດ ຈຶ່ງ​ພົບ​ເຫັນ​ຜູ້​ເສຍ​ຊີວິດ​ຊື່​ທ້າວ ສີສະ​ໝຸດ ອາຍຸ 30 ປີ ອາຊີບ​ຂັບ​ລົດ​ຈຳ​ໂບ້ ຢູ່​ບ້ານ​ຮ່ອງ​ຄ້າ ​ເມືອງ​ຈັນທະ​ບູລີ ນະຄອນຫລວງ​ວຽງ​ຈັນ ​ເສຍ​ຊີວິດ​ຍ້ອນ​ຖືກ​ແທງ​ດ້ວຍ​ມີດ​ຢູ່​ບໍລິ​ເວນ​ໜ້າ​ເອິກ 2 ຈຸດ ​ແລະ ທ້ອງ 1 ຈຸດ ​ສາ​ມາດ​ກັກ​ຜູ້​ທີ່​ລົງມື​ແທງ ຄື​ທ້າວ ສີ​ວຽງ​ແກ້ວ ອາຍຸ 27 ປີ ອາຊີບ​ຫວ່າງ​ວຽກ ຢູ່​ບ້ານ​ໜອງ​ປີງ ​ເມືອງ​ຈັນ ທະ​ບູລີ ນະຄອນຫລວງ​ວຽງ​ຈັນ.

    ຜ່ານ​ການ​ສືບສວນ-ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່​ຮູ້​ວ່າ: ທ້າວ ສີ​ວຽງ​ແກ້ວ ຢູ່​ຮ້ານ​ເບຍ​ແຫ່ງ​ໜຶ່ງ, ​ແຕ່​ເມື່ອ​ຈະ​ກັບ​ເຮືອນ ຜູ້ກ່ຽວ​ໄດ້​ເຮັດ​ກະ​ແຈ​ລົດ​ໃຫຍ່​ເສຍ, ຈາກ​ນັ້ນ ຈຶ່ງ​ໄດ້​ຈ້າງ​ລົດ​ຈຳ​ໂບ້ຂອງ​ທ້າວ ຄຳ​​ໄພ່ ​ເມືອ​ບ້ານ​ໃນ​ລາຄາ 50 ພັນ​ກີບ, ​ແຕ່​ພໍ​ຂີ່​ມາ​ຮອດ​ຫ້ອງການ​ບ້ານ​ອຸບ​ມຸງ, ທ້າວ ສີ​ວຽງ​ແກ້ວ ຈຶ່ງ​ໄດ້​ຜິດ​ຖຽງ​ກັບ​ທ້າວ ຄຳ​​ໄພ່ ກ່ຽວ​ກັບ​ເລື່ອງ​ຄ່າ​ຈຳ​ໂບ້​ແພງ​ໂພດ ​ແລະ ທ້າວ ສີ​ວຽງ​ແກ້ວ ​ໄດ້​ຈົກ​ມີດ​ອອກ​ມາ, ທ້າວ ຄຳ​ໄພ່ ຈຶ່ງ​ໄດ້​ໂດດ​ອອກຈາກ​ລົດ ​ແລະ ​ໂທ ລະສັບ​ຫາ​ໝູ່​ທີ່​ຂັບ​ລົດ​ຈຳ​ໂບ້ຢູ່​ເຂດ​ຫລັກ​ສອງ​ມາ​ຊ່ວຍ ຊື່​ທ້າວ ​ເດືອນ ​ແລະ ທ້າວ ສີສະ​ໝຸດ, ພໍ​ມາ​ເຖິງ​ທ້າວ ສີສະ​ໝຸດ ​ເຫັນ​ທ້າວ ສີ​ວຽງ​ແກ້ວ ຈັບ​ມີດ​ຢູ່ ຜູ້ກ່ຽວ​ຈຶ່ງ​ໄດ້​ຈັບ​ເອົາ​ເຫລັກ​ແປັບ​ທີ່ຢູ່​ໃນ​ລົດ​ຈຳ​ໂບ້ ລົງ​ໄປ​ນຳ, ສ່ວນ​ທ້າວ ສີ​ວຽງ​ແກ້ວ ​ເຫັນ​ທ້າວ ສີສະ​ໝຸດ ຖື​ເຫລັກ​​ແປັບ ກໍ​ໄດ້​ຖື​ມີດ​ຍ່າງ​ເຂົ້າ​ໄປ​ຫາ. ​ໃນ​ຂະນະ​ນັ້ນ ທ້າວ ສີສະ​ໝຸດ ​ໄດ້​ຫຍັບ​ຖອຍຫລັງ​ແລ້ວ​ພາດ​ທ່າ​ລົ້ມລົງ​ໃສ່​ໂອງ​ດອກ​ໄມ້. ສະ ນັ້ນ ຈຶ່ງ​ເຮັດ​ໃຫ້​ທ້າວ ສີ​ວຽງ​ແກ້ວ ​ໄດ້​ໂອກາດ​ແລ່ນ​ເຂົ້າ​ໄປ​ເອົາ​ມີດ​ແທງ​ບໍລິ​ເວນ​ໜ້າ​ເອິກ 2 ​ເທື່ອ ​ແລະ ທ້ອງ 1 ​ເທື່ອ ຈົນ​ເສຍ​ຊີວິດ. ປັດຈຸບັນ ທ້າວ ສີ​ວຽງ​ແກ້ວ ​ໄດ້​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.


No comments:

Post a Comment