Thursday, November 29, 2012

ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວປະເທດລາວພວມກ້າວຂຶ້ນສູ່ຄວາມສົມບູນພູນສຸກ


      ວັນ​ທີ 2 ທັນວາ ​ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ສຳລັບ​ທົ່ວ​ພັກ, ທົ່ວ​ລັດ ​ແລະ ທົ່ວ​ປວງ​ຊົນ​ລາວ, ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິ ປະ​ໄຕ ປະຊາຊົນ​ລາວ, ວັນຊາດ​ຂອງ​ລາວ​ຄົບຮອບ 37 ປີ.
        ວັນ​ທີ 2 ທັນວາ 1975 ​ແມ່ນ​ວັນ​ແຫ່ງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ເປັນ ພັນໆ​ປີ​ຂອງ​ຊາດ​ລາວ​ເຮົາ, ​ແມ່ນ​ວັນ​ທີ່​ປະຊາຊົນ ລາວ​ບັນດາ​ເຜົ່າ​ໄດ້​ມີ​ອິດ​ສະລະ​ພາບ ​ແລະ ​ໄດ້​ເປັນ​ເຈົ້າຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ, ​ແມ່ນ​ວັນ​ທີ່​ປະ​ເທດ​ລາວ​ໄດ້​ມີ​ເອກະລາດ​ຢ່າງ​ສົມບູນ ​ແລະ ມີ​ອະທິປະ​ໄຕຢ່າງ​ຄົບ​ຖ້ວນ, ມີ​ທີ່​ຕັ້ງ ອັນ​ສົມ​ກຽດ ​ແລະ ມີ​ສະຖານະ​​ເທົ່າ​ທຽມ​ກັບປະ​ເທດ​ອື່ນໆ​ໃນ​ເວທີ​ປະຊາ​ຄົມ​ໂລກ.
    ວັນ​ທີ 2 ທັນວາ ​ແມ່ນ​ວັນ​ແຫ່ງ​ສັນຕິພາບ ​ແມ່ນ​ວັນ​ແຫ່ງ​ການ​ກ້າວ​ສູ່​ຍຸກ​ສະ​ໄໝ​ໃໝ່​ແຫ່ງ​ການ​ສ້າງ​ປະ​ເທດ​ລາວ ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອ ກະ​ພາບ, ວັດທະນາ​ຖາວອນ.

    ປະທານ ​ໄກສອນ ພົມວິຫານ ​ໄດ້​ຕີ​ລາຄາ ວັນ​ທີ 2 ທັນວາ 1975 ວ່າ: “ບໍ່​ທັນ​ມີ​ເວລາ​ໃດ​ທີ່​ປະຊາຊົນ​ເຮົາ ​ເຊິ່ງ​ເປັນ​ຜູ້​ສ້າງ​ປະຫວັດສາດ​ຂອງ​ຊາດ​ນັ້ນ​ໄດ້​ຍາດ​ເອົາ​​ໄຊຊະ ນະ​ສົມບູນ, ​ເຖິງ​ຖອງ ​ແລະ ບໍລິ ບູນໄດ້​ຢ່າງ​ສະຫງ່າ​ລາສີ​ຄື​ແນວ​ນີ້ຈັກ​ເທື່ອ. ​ໄຊຊະນະ​ນັ້ນບໍ່​ສະ​ເພາະ​ແຕ່​ໄດ້​ຟື້ນຟູ​ຄວາມ​ເປັນ​ເອ ກະລາດ​ຂອງ​ປະ​ເທດ​ເຮົາ, ຫາກ​ຍັງ​ເປັນ​ເທື່ອ​ທຳ​ອິດ​ທີ່​ປະຊາຊົນ​ບັນດາ​ຊົນ​ຊາດ​ເຮົາ​ຜູ້​ເຄີຍ​ດຳລົງ​ຊີວິດ​ເປັນ​ທາດ ​ໄດ້​ກາຍ​ມາ​ເປັນ​ເຈົ້າຂອງ​ແທ້​ຈິງ​ຂອງ​ຊາດ​ໜຶ່ງ ທີ່​ມີ​ເອກະລາດ, ມີ​ອິດ​ສະລະ​ພາບ ຢ່າງ​ສົມບູນ ​ແລະ ພວມກ້າວ​ຂຶ້ນສູ່​ສັງຄົມ​ນິຍົມ ​ເຮັດ​ໃຫ້​ຄວາມ​ມຸ່ງ​ຫວັງ​ອັນ​ແຮງ​ກ້າ​ຂອງ​ປວງ​ຊົນ​ລາວ ກໍ​ຄື​ຂອງ​ມວນ​ມະນຸດ​ປາກົດ​ເປັນ​ຈິງ​ຢູ່​ບົນ​ຜືນ​ແຜ່ນດິນ​ອັນ​ແສນ​ຮັກ​ຂອງ​ພວກ​ເຮົາ”.
    ການສະ​ເຫລີ​ມສະຫລອງ​ວັນ​ທີ 2 ທັນວາ 2012 ​ແມ່ນ​ຢູ່​ໃນ​ໄລຍະ​ທີ່​ພວກ​ເຮົາ​ພວມ​ສຸມ​ໃສ່​ຈັດຕັ້ງ ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ, ​ແຜນ​ພັດທະ ນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງ​ລັດ ​ໂດຍ​ສະ​ເພາະ​ເປັນ​ປີ​ທີ່​ພວກ​ເຮົາ​ລິ​ເລີ່​ມການຈັດຕັ້ງ ປະຕິບັດ​ທົດ​ລອງ​ວຽກ​ງານ 3 ສ້າງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ; ປີ 2012 ຍັງ​ເປັນ​ປີ​ແຫ່ງ​ຄວາມ​ສາ ມັກຄີ​ມິດຕະພາບ ລາວ-ຫວຽດ ນາມ ​ແລະ ​ເປັນ​ປີ​ທີ່ ສປປ ລາວ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດ ຖະສະພາ ອາຊີ-​ເອີຣົບ (ອາ​ແຊັບ) ຄັ້ງທີ 7 ​ແລະ ກອງ​ປະຊຸມ​ສຸດ​ຍອດ ອາຊີ-​ເອີຣົບ (ອາ​ເຊັມ) ຄັ້ງທີ 9 ​ເຊິ່ງທັງ​ສອງ​ກອງ​ປະຊຸມ​ປະ ຫວັດສາດ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ ​ເຮັດ​ໃຫ້​ບັນດາ​ຜູ້​ແທນ​ທີ່​ມາ​ຮ່ວມ​ໄດ້​ຮັບ​ຮູ້, ​ເຂົ້າ​ໃຈ ​ແລະ ​ເຫັນ​ແຈ້ງ​ບົດ ບາດ ສປປ ລາວ ຂຶ້ນຕື່ມ, ​ເພີ່ມ​ຄວາມ​ເຊື່ອ​ຖື, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ວົງ​ຄະນາ​ຍາດ​ສາກົນ​ທີ່​ມີ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ​ລາວ ​ເຮັດ​ໃຫ້​ຖານະ​ບົດບາດ​ຂອງ ສປປ ລາວ ຖືກ​ຍົກ​ສູງ​ຂຶ້ນ​ຕື່ມ​ໃນ​ເວທີ​ສາກົນ.
      ປີ 2011-2012 ​ເປັນ​ປີ​ທີ່​ຫຍຸ້ງ ຍາກ, ສະພາບ​​ແວດ​ລ້ອມ​ພາຍ​ນອກ​ມີ​ວິ​ກິດ​ການ​ດ້ານ​ເສດຖະ ກິດ-ການ​ເງິນ, ພາຍ​ໃນ​ປະ​ເທດ​ເຮົາ​ກໍ​ປະສົບ​ກັບ​ໄພ​ທຳ​ມະ​ຊາດ ​ເຊິ່ງມັນ​ໄດ້​ສົ່ງ​ຜົນ​ກະທົບ​ຫລາຍ​ດ້ານ​ໃຫ້​ແກ່​ພວກ​ເຮົາ, ​ແຕ່​ປະ​ເທດ​ເຮົາ​ກໍ​ສາມາດ​ພັດທະນາ​​ໃນ​ຈັງ ຫວະ​ອັນ​ໝັ້ນທ່ຽງ-ຕໍ່​ເນື່ອງ. ລວມ ຍອດ​ຜະລິດ​ຕະພັນ​ພາຍ​ໃນ(GDP) ບັນລຸ​ໄດ້ 8,1%, ປະຕິບັດ​ງົບປະ ມານ​ໄດ້​ເກີນ​ແຜນການ, ​ເງິນຕາ​ແຫ່ງ​ຊາດ​ມີ​ຄວາມ​ໝັ້ນທ່ຽງ, ອັດ ຕາ​ເງິນ​ເຟີ້ຢູ່​ໃນ​ລະດັບ​ຕ່ຳ ສະ​ເລ່ຍ ໝົດ​ສົກ​ປີ​ແມ່ນ 7,42% ມັນ​ໄດ້​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ສຳ ລັບ​ການ​ສືບຕໍ່​ເຮັດ​ສຳ​ເລັດ​ຄາດ ໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ວາງ​ອອກ.
    37 ປີຜ່ານມາ, ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ພ້ອມພຽງ​ສາມັກຄີ​ກັນ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ ​ເຊິ່ງ​ເຮັດ​ໃຫ້ ສປປ ລາວ ​ໄດ້​ມີ​ການ​ພັດທະນາ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງຮອບ ດ້ານ.
    ການ​ພັດທະນາ​ເສດຖະກິດ-ສັງ ຄົມ​ຂອງ ສປປ ລາວ ​ໄດ້​ມີ​ຜົນສຳ​ເລັດ​ອັນ​ສຳຄັນ ​ແລະ ມີ​ບາດກ້າວ​ທີ່​ຕໍ່​ເນື່ອງ,ໝັ້ນທ່ຽງ. ສົກ​ປີ 2010- 2011 ​ໄດ້ 8,1%, ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ບັນລຸ​ໄດ້ 1.171 ​ໂດ​ລາ, ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ໝັ້ນທ່ຽງ​ໂດຍ​ພື້ນຖານ, ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຕິດ​ພັນ​ກັບ​ການ​ສ້າງ​ບ້ານ ​ແລະ ກຸ່ມ​ບ້ານ​ພັດທະນາ​ໄດ້​ຮັບ​ຜົນ​ດີ​ໃນ​ຫລາຍ​ດ້ານ, ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຫລຸດ​ລົງ​ຈາກ 27,7% ​ໃນ​ປີ 2002-2003 ມາ​ເປັນ 18,77% ​ໃນ​ປີ 2010- 2011.
    ດ້ານ​ກະສິກຳ ການ​ຜະລິດ​ເຂົ້າ​ໃນ​ສົກ​ປີ 2010-2011 ​ໄດ້ 3,21 ລ້ານ​ໂຕນ ​ເຊິ່ງສາມາດ​ຕອບ​ສະ ໜອງ​ການ​ບໍລິ​ໂພ​ກ​​ໄດ້​ໂດຍ​ພື້ນ ຖານ, ການ​ຜະລິດ​ພືດ​ເປັນ​ສິນຄ້າ​ກໍ​ມີ​ຫລາຍ​ຊະນິດ​ເຊັ່ນ: ສາລີ, ມັນ ຕົ້ນ, ອ້ອຍ ​ແລະ ກາ​ເຟ ​ເຊິ່ງສະ​ເລ່ຍ​ແຕ່ລະ​ປີ​ໄດ້ 45.194 ​ໂຕນ, ການ​ປູກ​ຕົ້ນ​ໄມ້​ອຸດສາຫະກຳ ​ເປັນຕົ້ນຢາງພາລາ ​ແລະ ການ​ຜະລິດ​ພືດ​ຜັກ​ອື່ນໆ ລ້ວນ​ແຕ່​ຂະ ຫຍາຍຕົວ​ຢ່າງ​ແຂງ​ແຮງ, ການ​ລ້ຽງສັດ​ແບບ​ເປັນ​ຟາ​ມ​ໄດ້​ມີ​ຈຳ ນວນ​ເພີ່ມ​ຂຶ້ນຢ່າງ​ໄວວາ.
     ດ້ານ​ພະລັງງານ ​ແລະ ບໍ່​ແຮ່ ມີ​ການພັດທະນາ​ທີ່​ຕັ້ງໜ້າ, ​ໄຟ​ຟ້າ​ສະ​ເລ່ຍ​ເພີ່ມ​ຂຶ້ນ 15,6% ຕໍ່​ປີ. ປັດ ຈຸບັນ​ຢູ່​ປະ​ເທດ​ເຮົາ​ມີ​ເຂື່ອນ​ໄຟຟ້າ​ທັງ​ໝົດ 16 ​ແຫ່ງ ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ທັງ​ໝົດ 2.561 ​​ເມ​ກາ​ວັດ ​ແລະ ສາມາດ​ສະໜອງ​ກະ​ແສ​ໄຟຟ້າ​ໃຫ້​ທຸກໆ​ເທ ສະ​ບານ​ແຂວງ ​ແລະ ​ເມືອງ, ປະ ຊາຊົນ​ໄດ້​ໃຊ້​ໄຟຟ້າ 78,9% ຂອງ​ຄອບຄົວ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ, ບໍ່​ແຮ່​ເພີ່ມ​ຂຶ້ນ 15-20% ຕໍ່​ປີ.
    ດ້ານ​ອຸດສາຫະກຳ ​ແລະ ການ​ຄ້າ ລວມຍອດ​ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ​ໄດ້​ຂະຫຍາຍຕົວ​ໃນ​ອັດຕາ​ສະ​ເລ່ຍ 9,4% ຕໍ່​ປີ. ຮອດ​ປີ 2011 ມີ​ໂຮງງານ​ອຸດສາຫະກຳ ​ແລະ ຫັດ ຖະກຳ​ປຸງ​ແຕ່ງ 37.960 ​ແຫ່ງ. ຂະ​ແໜງ​ຫັດຖະກຳ​ມີ​ບາດກ້າວ​ຂະ ຫຍາຍຕົວ​ໄວ ສາມາດ​ຈຳໜ່າຍ​ຜະລິດ​ຕະພັນ​ຫັດຖະກຳ​ເພີ່ມ​ຂຶ້ນ ປະມານ 7,8% ຕໍ່​ປີ.
    ດ້ານ​ການ​ຄ້າ ​ໄດ້​ມີ​ການ​ຂະ ຫຍາຍຕົວ​ຢ່າງ​ກວ້າງຂວາງ, ທົ່ວ​ປະ​ເທດ​ມີ​ຕະຫລາດ​ທັງ​ໝົດ​ກວ່າ 628 ​ແຫ່ງ, ​ໃນ​ນັ້ນ ຕະຫລາດ​​ໃຫຍ່ 73 ​ແຫ່ງເຊິ່ງ​ໄດ້​ເຮັດ​ໃຫ້ການ​ຈໍລະ ຈອນ​ແຈກ​ຢາຍ​ສິນຄ້າ​ລົງ​ເຖິງ​ຊົນ ນະບົດ, ​ເຂດ​ຫ່າງ​ໄກ​ສອກຫລີກ.
    ດ້ານ​ການ​ຄົມມະນາຄົມ​ຂົນ​ສົ່ງ ​ໄດ້​ຮັບ​ການ​ປັບປຸງແລະຂະຫຍາຍ ຕົວ​ຫລາຍ​ສົມຄວນ, ມີ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່​ກັບ​ອະນຸ​ພາກພື້ນ, ​ເສັ້ນ ທາງ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ, ມີ​ເສັ້ນທາງ​ໄປ​ເຂດ​ຈຸດ​ສຸມ, ​ໄປ​ເຖິງ​ທຸກ​ແຂວງ, ທຸກ​ເມືອງ, ບ້ານ ​ແລະ ກຸ່ມ​ບ້ານ, ມີ​ທາງ​ລົດ​ໄຟ ລວມຄວາມ​ຍາວ​ທັງ​ໝົດ 37.768 ກິ​ໂລ​ແມັດ, ​ໃນ​ນັ້ນມີ​ທາງ​ປູຢາງ​ໄປ​ເຖິງ 87 ເມືອງ. ພິ​ເສດ​ມີ​ຂົວ​ຂ້າມ​ແມ່ນ້ຳ ຂອງ​ທີ່​ສ້າງ​ແລ້ວ 4 ​ແຫ່ງ.
    ດ້ານ​ໄປສະນີ-​ໂທລະ​ຄົມມະນາ ຄົມ ​ແຕ່ລະ​ເມືອງ​ສາມາດ​ນຳ​ໃຊ້​ໂທລະສັບ​ໄດ້ 100%. ນອກຈາກ​ນັ້ນ ມີ​ຕາ​ຄ່າ​ຍ​ໄຟຟ້າ, ລະບົບ​ຊົນ ລະປະທານ, ສະໜາມ​ບິນ ​ແລະ ອື່ນໆ ​ໄດ້​ກາຍ​ເປັນ​​ແຮງ​ສະໜັບ ສະໜູນ​ທາງ​ກົງ ​ແລະ ທາງ​ອ້ອມ​ໃຫ້​ແກ່​ການ​ຜະລິດ, ການ​ຂົນ​ສົ່ງ, ການ​ຄ້າ-ການ​ລົງທຶນ, ການທ່ອງ ທ່ຽວ ​ແລະ ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ.
    ຂະ​ແໜງ​ການທ່ອງທ່ຽວ ສົກ​ປີ 2010-2011 ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ ມາລາ​ວ 2,95 ລ້ານ​ຄົນ ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີ 2009- 2010 ​ເພີ່ມ​ຂຶ້ນ 45% ​ເຫັນ​ໄດ້​ວ່າ​ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າມາ ລາ​ວ ​ໂດຍ​ສະ​ເພາະ​ນັກ​ທ່ອງ​ທ່ຽວ​ສາກົນ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ.
    ດ້ານ​ວັດທະນະທຳ-ສັງຄົມ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ເຊັ່ນ: ການ​ສຶກສາ​ໄດ້​ຮັບ​ການ​ພັດ ທະນາ​ເປັນ​ກ້າວໆ, ທົ່ວ​ປະ​ເທດ​ມີ​ໂຮງຮຽນ​ປະຖົມ 8.902 ​ແຫ່ງ ກວມ​ເຖິງ 94%, ມັດທະຍົມ 1.329 ​ແຫ່ງ, ​ໂຮງຮຽນ​ອະ​ຊີວະ​ສຶກສາມີ​ຢູ່​ທຸກ​ແຂວງ, ມະຫາວິທະຍາ​ໄລ​ມີ​ຢູ່​ທຸກ​ພາກ ​ແລະ ຍັງ​ມີ​ສູນ​ເຝິກອົບ ຮົມ​ຕ່າງໆ. ອັດຕາ​ການ​ຮູ້​ໜັງສື​ຂອງ​ປະຊາກອນ​ກຸ່ມ​ອາຍຸ 15 ປີ​ຂຶ້ນ​ໄປ​ມີ 80%. ມີ​ເມືອງ​ທີ່​ປະກາດ​ລຶບລ້າງ​ຈົບ​ຊັ້ນປະຖົມ​ບຳລຸງ 95 ​ເມືອງ ​ແລະ 2 ​ແຂວງ (ນະຄອນ ຫລວງ​ວຽງ​ຈັນ ​ແລະ ​ແຂວງ​ຈຳ ປາ​ສັກ); ດ້ານ​ສາທາລະນະ​ສຸກ ຕາໜ່າງສາທາລະນະ​ສຸກ​ໄດ້​ຂະ ຫຍາຍຕົວ​ໄປ​ເຖິງ​ກຸ່ມ​ບ້ານ ປະຊາ ຊົນ​ໄດ້​ໃຊ້​ນ້ຳສະອາດ​ກວມ 79,5%, ​ໃຊ້​ວິດຖ່າຍ 55% ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ. ອາຍຸ​ຍືນສະ​ເລ່ຍຂອງ​ຄົນ​ລາວ​ແມ່ນ 64,7 ປີ (​ແມ່ຍິງ​ປະມານ 66,7 ປີ ​ແລະ ຜູ້​ຊາຍ​ປະມານ 62,7 ປີ); ດ້ານ​ແຮງ​ງານ-ສະຫວັດດີ​ການ​ສັງຄົມ ການ​ພັດທະນາ​ສີມື​ແຮງ​ງານ​ໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ, ທົ່ວ​ປະ​ເທດ​ມີ​ສູນ​ພັດທະນາ​ສີມື​ແຮງ​ງານ ​ແລະ ສູນ​ວິຊາ​ຊີບ​ທັງ​ໝົດ 153 ​ແຫ່ງ ​ເຊິ່ງສາມາດ​ເຝິກອົບ ຮົມ​ໄດ້​ຫລາຍ​ໝື່ນ​ຄົນ, ຈັດ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ​ລາວ​ໄດ້​ຫລາຍ​ແສນ​ຄົນ. ປະຕິບັດ​ນະ​ໂຍບາຍ​ຕໍ່​ພະນັກງານ​ປະຕິວັດ​ອາວຸ​ໂສ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ເປົ້າໝາຍ​ຕ່າງໆ​ໄດ້​ທັງ​ໝົດ 19.290 ທ່ານ. ສຳ​ເລັດ​ການ​ສ້າງ​ສຸສານ​ນັກຮົບ​ປະຕິວັດ ​ແລະ ນັກຮົບ​ນິລະນາມ; ດ້ານ​ຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ ມີ​ສະຖານີ​ວິທະຍຸ​ກະຈາຍສຽງ 54 ​ແຫ່ງສາມາດ​​ແຜ່​ຄື້ນກະຈາຍສຽງ​ ກວມ​ເອົາ 90% ຂອງ​ເນື້ອທີ່​ທົ່ວ​ປະ​ເທດ, ສະຖານີ​ໂທລະພາບ 45 ​ແຫ່ງ ສາມາດ​ກະຈາຍ​ພາບ​ໄດ້ 70% ຂອງ​ເນື້ອທີ່​ທົ່ວ​ປະ​ເທດ, ມີ​ໜັງສືພິມ ​ແລະ ວາລະສານ 106 ກວ່າ​ສະບັບ, ມີ​ບ້ານ​ວັດທະນະທຳ 2.070 ບ້ານ ກວມ​ເອົາ 23,52% ຂອງ​ຈຳນວນ​ບ້ານ​ທັງ​ໝົດ, ມີ​ຄອບຄົວ​ວັດທະນະທຳ 417.797 ຄອບຄົວ ກວມ​ເອົາ 41,30% ຂອງ​ຄອບຄົວ​ທັງ​ໝົດ.
     ວຽກ​ງານ​ຍຸຕິ​ທຳ ພວກ​ເຮົາ​ມີ​ກົດໝາຍ​ທັງ​ໝົດ 94 ສະບັບ ນັບ​ທັງ​ລັດຖະທຳ​ມະນູນ, ລັດຖະບັນ ຍັດ 20 ສະບັບ, ດຳລັດ 143 ສະ ບັບ ​ແລະ ນິຕິ​ກຳ​ອື່ນໆ 189 ສະ ບັບ; ດ້ານ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ການ​ພົວພັນ​ຮ່ວມ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ​ໂດຍ​ສະ​ເພາະ​ກັບ ສສ ຫວຽດນາມ ​ແລະ ສປ ຈີນ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ຂຶ້ນ ​ແລະ ​ໄດ້​ຮັບ​ການ​ເສີມ​ຂະ ຫຍາຍ​ທັງ​ທາງ​ກ້ວາງ ​ແລະ ທາງ​ເລິກ, ທັງ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຢ່າງ​ໜັກ​ແໜ້ນ ​ແລະ ​ໄດ້​ຮັບ​ການ​ຍົກ​ລະດັບ​ຂຶ້ນສູ່​ອັນ​ໃໝ່. ສປປ ລາວ ​ໄດ້​ເຄື່ອນ​​ໄຫວ​ຢ່າງ​ຕັ້ງໜ້າ​ໃນ​ຂອບ​ການ​ຮ່ວມ​ມື​ຂອງ​ອະນຸ​ພາກພື້ນ, ພາກພື້ນ ​ແລະ ສາ ກົນ ​ໂດຍ​ສະ​ເພາະ​ການ​ຮ່ວມ​ມື​ກັບ​ອາ​ຊຽນ, ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຄູ່​ເຈລະຈາ. ປະ​ເທດ​ເຮົາ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດ​ພາຄີ​ສົນທິສັນຍາ​ອົດສ໌​ໂລ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີດ​ລູກ​ຫວ່ານ (ບົ່ມ​ບີ້) ​ເທື່ອ​ທຳ​ອິດ​ຂອງ​ໂລກ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ ອາຊີ-​ເອີຣົບ ຄັ້ງທີ 9 ຢ່າງ​ມີ​ຜົນສຳ​ເລັດ. ການ​ຮ່ວມ​ມື​ເສດຖະກິດ​ກັບປະ​ເທດ​ເພື່ອນ​ມິດ ​ແລະ ອົງການ​ຈັດຕັ້ງສາກົນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ນັບ​ມື້ນັບ​ດີ​ຂຶ້ນ; ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະ ມາຊິກ​ອົງການ​ການ​ຄ້າ​ໂລກ ​ໃນ​ວັນ​ທີ 26 ຕຸລາ 2012, ລະດັບ​ການ​ເຊື່ອມ​ໂຍງ​ຂອງ​ປະ​ເທດ​ເຮົາ​ກັບ​ສາກົນ​ກໍ​ເພີ່ມ​ຂຶ້ນ. ປັດຈຸບັນ ສປປ ລາວ ມີ​ການ​ພົວພັນ​ການ​ທູດ​ກັບ 135 ປະ​ເທດ ​ແລະ ມີ​ການ​ພົວພັນ​ດ້ານ​ເສດຖະກິດ​ກັບ 50 ກວ່າ​ປະ​ເທດ ຍ້ອນ​ມີ​ການ​ພົວພັນ​ຮ່ວມ​ມື​ດັ່ງກ່າວ​ນັ້ນ ຈຶ່ງ​ເຮັດ​ໃຫ້ ສປປ ລາວ ມີ​ບົດບາດ​ເພີ່ມ​ຂຶ້ນ​ໃນ​ເວທີ​ສາກົນ ​ແລະ ພາກພື້ນ.
    ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ປະ​ເທດ​ເຮົາ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​​ເຊີຍ​ຈາກ​ສາກົນ​ວ່າ​ເປັນ​ປະ​ເທດ​ທີ່​ມີ​ສະ ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ປອດ​ໄພ ​ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ​ໂດຍ​ພື້ນຖານ, ປະຊາຊົນ​ມີນ້ຳ​ໃຈ​ເອື້ອ​ເຟື້ອ ​ແລະ ມີ​ໄມຕີ​ຈິດ, ​ເປັນ​ປະ​ເທດ​ທີ່​ສະຫງົບ ​ແລະ ໜ້າ​ທ່ອງ​ທ່ຽວ.
    ​ສືບຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ 2 ທັນວາ ​ເຂົ້າ​ໃນ​ການຈັດຕັ້ງປະຕິ ບັດ​ວຽກ​ງານ​ຈຸດ​ສຸມ​ໃນຕໍ່ໜ້າ  ຕັ້ງໜ້າ​ສຶກສາ​ອົບຮົມ​ການ​ເມືອງ-​ນຳພາ​ແນວ​ຄິດ​ພະນັກງານ, ສະ ມາຊິກ​ພັກ ​ແລະ ປະຊາ​ຊົນ​ບັນດາ​ເຜົ່າ​ໃຫ້​ເຊີດ​ຊູນ້ຳ​ໃຈ​ຮັກ​ຊາດ ​ເອ ກະລາດ ​ເປັນ​ເຈົ້າຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ເພື່ອ​ສ້າງ​ປະ​ເທດ​ຊາດ​ໃຫ້​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະຊາຊົນ​ຮັ່ງມີ​ຜາ​ສຸກ ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ຍຸຕິ​ທຳ ​ແລະສີວິ​ໄລ; ຄະນະ ​ພັກ, ຄະນະ​ໂຄສະນາ​ອົບຮົມ​ທຸກ ຂັ້ນຕ້ອງ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ການ​ເມືອງ-​ແນວ​ຄິດ​ໃຫ້​ມີ​ຄຸນ​ນະພາ​ບສູງ​ຂຶ້ນ ​ໂດຍ​ການ​ປັບປຸງ​ເນື້ອ​ໃນ ​ແລະ ວິທີ​ການ​ໃຫ້​ເໝາະ​ສົມ ​ແລະ ​ແທດ​ເຖິງ​ຕົວ​ຈິງ, ບໍ່​ເຮັດ​ແບບ​ລັກສະ ນະ​ຮູບ​ການ, ​ແຫ້ງ​ກະດ້າງ, ຂາດ​ຄວາມ​ມີ​ຊີວິດ​ຊີວາ. ຕ້ອງ​ເອົາ​ວຽກ​ງານ​ໂຄສະນາ​ສຶກສາ​ອົບຮົມ​ຕິດ​ພັນ​ກັບ​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າ​ງຢ່າງ​ແທ້​ຈິງ. ຕ້ອງ​ເພີ່ມ​ງົບປະມານ​ໃຫ້​ແກ່​ວຽກ​ງານ​ດັ່ງກ່າວ​ໃຫ້​ສົມ​ຄູ່​ກັບ​ຄວາມ​ສຳຄັນ​ຂອງ​ມັນ.
    ຕັ້ງໜ້າ​ປຸກລະດົມ​ຂະ​ບວນການ​ເຄື່ອນ​ໄຫວ​ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ​ຂອງ​ລັດ​ໃຫ້​ປາກົດ​ຜົນ​ເປັນ​ຈິງ ​ເພື່ອ​ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ໃນ​ແຕ່​ລະ​ດ້ານ. ສິ່ງ​ສຳຄັນ​ຕ້ອງ​ຮັບປະກັນ​ໃຫ້​ເສດຖະກິດ​ມີ​ການ​ເຕີບ​ໃຫຍ່​ຢ່າງ​ຕໍ່​ເນື່ອງ, ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ໝັ້ນທ່ຽງ, ອັດຕາ​ເງິນ​ເຟີ້ ​ແລະ ລາຄາ​ສິນຄ້າ​ທີ່​ເພີ່ມ​ຂຶ້ນ​ໃຫ້​ຫລຸດ​ລົງ, ຮັບປະກັນ​ໃຫ້​ຄ່າ​ຄອງ​ຊີບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ, ທະຫານ, ຕຳ ຫລວດ ​ແລະ ປະຊາຊົນ​ເປັນ​ປົກ ກະຕິ.
      ຕັ້ງໜ້າ​ປະຕິບັດ​ວຽກ​ງານ​ກໍ່ ສ້າງ​ຮາກ​ຖານ​ການ​ເມືອງ ພັດທະ ນາ​ຊົນນະບົດ, ຍູ້​ແຮງ​ຂະ​ບວນ ການ 3 ສ້າງ (ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບ ດ້ານ, ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ) ​ໃຫ້​ເປັນ​ຈິງ. ​ໃນ​ສົກ​ປີ 2011-2012 ​ເອົາ​ໃຈ​ໃສ່​ປະຕິບັດ​ບັນດາ​ວຽກ​ຈຸດ​ສຸມ​ດັ່ງນີ້: ສຸມ​ໃສ່​ການ​ສ້າງ​ບ້ານ​ໃຫ້​ເປັນ​ຫົວໜ່ວຍ​ພັດທະນາ ​ໂດຍ​ການ​ປັບປຸງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ອົງ ການ​ປົກຄອງ​ບ້ານ ຢາກ​ເຮັດ​ໄດ້​ແນວ​ນັ້ນ ຕ້ອງ​ເອົາ​ໃຈ​ໃສ່​ປະຕິບັດ​ທິດ​ຊີ້ນຳຂອງ​ເລຂາທິການ​ໃຫຍ່​ທີ່​ວ່າ: “ຕ້ອງ​ສ້າງ​ຊາວ​ຊົນນະບົດ​ໃຫ້​ເປັນ​ເຈົ້າຊົນນະບົດ, ຕ້ອງ​ສ້າງ​ນັກຮົບ​ແຂ່ງຂັນ​ພັດທະນາ​ຊົນນະ ບົດ​ເພື່ອ​ພັດທະນາ​ຊົນນະບົດ​ໃຫ້​ມີ​ຜົນສຳ​ເລັດ, ຕ້ອງ​ສ້າງ​ພັດທະນາ​ກອນ​ກັບ​ທີ່​ເພື່ອ​ພັດທະນາ​ບ້ານ​ຊ່ອງ​ໃຫ້​ມີ​ຜົນສຳ​ເລັດ”; ສຸມ​ໃສ່​ພັດທະ​ນາພື້ນຖານ​ໂຄງ​ລ່າງ ​ແລະ ວັດຖຸ​ເຕັກນິກ​ທີ່​ຈຳ​ເປັນ​ໃຫ້​ຊົນນະ ບົດ​ເຊັ່ນ: ​ເສັ້ນທາງ, ​ໄປສະນີ​ໂທ ລະ​ຄົມ, ຕາໜ່າງ​ໄຟຟ້າ, ຊົນລະປະທານ, ການ​ບໍລິການ​ສິນ​ເຊື່ອ, ການ​ສະໜອງ​ຂໍ້​ມູນ ​ແລະ ອື່ນໆ; ພັດທະນາ ​ແລະ ປັບປຸງ​ວຽກ​ງານ​ການ​ສຶກສາ, ສາທາລະ ນະ​ສຸກ ​ແລະ ວັດທະນະທຳ-ສັງ ຄົມ​ຢູ່​ຊົນນະບົດ​ໃຫ້​ມີ​ຄວາມ​ສະ ດວກ ​ແລະ ມີ​ຄຸນ​ນະພາ​ບ; ຫັນ​ເອົາ​ພະນັກງານ​ຂະ​ແໜງ​ການ​ຕ່າງໆ​ລົງ​ສູ່​ຮາກ​ຖານ​ພາ​ປະຊາ ຊົນ​ເຮັດ​ຕົວ​ຈິງ. ສຳຄັນ​ທີ່​ສຸດ​ແມ່ນ​ຈະ​ຕ້ອງ​ໄດ້​ເຮັດ​ທົດ​ລອງ​ວຽກ​ງານ 3 ສ້າງ​ຢູ່ 51 ​ເມືອງ ​ແລະ 105 ບ້ານ​ ທີ່​ໄດ້​ກຳນົດ​ເປັນ​ບ່ອນ​ທົດ​ລອງ; ປຸກລະດົມ​ຂົນຂວາຍ ​ແລະ ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ຈາກ​ກຳລັງ​ພາຍ​ໃນ ​ແລະ ຕ່າງ ປະ​ເທດ ​ເພື່ອ​ຊ່ວຍ​ຊົນນະບົດ; ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ປອງ​ດອງ​ຂອງ​ປະຊາຊົນລາວ​ບັນດາ​ເຜົ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ​ເອົາ​ໃຈ​ໃສ່​ຈຳກັດ​ແກ້​ໄຂ​ປາກົດ ການ​ຫຍໍ້​ທໍ້​ຕ່າງໆ​ໃນ​ສັງຄົມ, ສ້າງ​ບັນຍາກາດ​ສົດ​ໃສ, ສະຫງ່າ​ຜ່າ​ເຜີຍ​ຂອງ​ສັງຄົມ​ລາວ ​ແລະ ຄົນ​ລາວ ​ເຮັດ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ; ຢຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ ສັນຕິ ພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ສະ​ເໝີ​ຕົ້ນ ສະ​ເໝີ​ປາຍ, ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ແບບ​ຫລາຍ​ທິດ ​ແລະ ຫລາຍ​ຝ່າຍ, ຫລາຍ​ລະດັບ ​ແລະ ຫລາຍ​ຮູບ​ແບບ ບົນ​ພື້ນຖານ​ຫລັກການ​ເຄົາ ລົບ​ເຊິ່ງກັນ ​ແລະ ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ຮ່ວມ​ອຸດົມ​ການ ​ເປັນຕົ້ນຄວາມ​ສາມັກຄີ​ພິ​ເສດ​ກັບ ສສ ຫວຽດນາມ ​ແລະ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ ສປ ຈີນ. ​ເອົາ​ໃຈ​ໃສ່​ຊຸກຍູ້​ຂະ​ບວນ ການ​ສະ​ເຫລີ​ມສະຫລອງ​ປີ​ສາ ມັກຄີ​ມິດຕະພາບ ລາວ-ຫວຽດ ນາມ 2012 ນີ້ ​ໃຫ້​ມີ​ຜົນສຳ​ເລັດ​ອັນ​ຈົບງາມ ​ເປັນຕົ້ນການ​ເຂົ້າ ຮ່ວມ​ກິດຈະກຳ​ຕ່າງໆ​ເຊັ່ນ: ການ​​ແຂ່ງຂັນ​ຂຽນ​ບົດ, ຖາມ-ຕອບ, ງານ​ພົບ​ປະ, ສຳ​ມະ​ນາ, ​ແຕ້ມ​ຮູບ, ວາງສະ​ແດງ, ຄາ​ລາ​ວານ​ລົດ ຕາມ​ຮ່ອງຮອຍ​ປະຫວັດສາດ ​ແລະ ອື່ນໆ.










No comments:

Post a Comment