Thursday, November 29, 2012

ບໍລິສັດ ໄອທີລາວ ໄດ້ຮັບລາງວັນລະດັບອາຊຽນ


       ວັນ​ທີ 29 ພະ​ຈິກ 2012 ​ຢູ່ສະມາຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດລາວ  ບໍລິສັດ​ລາວ​ໄອ​ທີ​ພັດທະນາ​ ຈຳກັດ ​ໄດ້​ຖະ​ແຫຼງຂ່າວຕໍ່​ສື່​ມວນ​ຊົນກ່ຽວ​ກັບ​ການ​ໄດ້​ຮັບ​ລາງວັນ​ລະ​ດັບ​ອາ​ຊຽນ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະໜຸກ ມີ​ໄຊ ຫົວໜ້າ​ສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ, ທ່ານ ສະ​ນິດ ຊາ​ຊາ​ພັກດີ ຫົວໜ້າ​ກົມ​ແຜນການ​ແລະ​ກາ​ນຮ່ວມ​ມີ​ກະຊວງ​​ໄປ​ສະນີ​ໂທ ລະ​ຄົມມະນາຄົມ​ແລະ​ການ​ສື​ສານ​ແລະ​ທ່ານ ທະນ​ົງສັກ ສຸກ​ສະ​ວັດ ປະທານ​ບໍລິສັດ​ລາວ​ໄອ​ທີ​ພັດທະນາ​ຈຳ​ກັດ. ທ່ານ​ ທະ​ນົງ​ສັກ​ສຸກ​ສະ​ວັດ ກ່າວ​ວ່າ: ໃນ​ວັນ​ທີ 15 ພະ ຈິກ​ 2012 ຜ່ານ​ມາ​ໃນ​ພິທີ​ສະ​ເຫຼີ​ມ ສະຫຼອງ​ເປີດ​ກອງ​ປະ​ຊຸມ ASEAN TELMIN 2012  ​ເຊິ່ງ​​ເປັນ​ກອງ​ປະຊຸມຂອງ​ຄະນະ​ລັດ ຖະມົນຕີ​ອາ​ຊ່ຽນ​ກ່ຽວ​ກັບ​ວຽກ​ງານ​ດ້ານ​ໂທລະ​ຄົມ ​ແລະ ​ໄອ​ທີ (ASEAN  Telecommunications and IT Minister  ່s Meeting )  ໂດຍ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ນີ້​
ໄດ້​ມີ​ການຈັດ​ແຂ່ງຂັນ​ຊີງ​ລາງວັນ​ພິ​ເສດ​ຂຶ້ນ​ມາ​​ເປັນ​ຄັ້ງ​ທຳ​ອິດ​ໂດຍ​ໃສ​່ຊື່ວ່າ  ASEAN  ICT  Awards  ​ເຊິ່ງ​ເປັນ​ລາງວັນ​ດ້ານ​ໄອ​ຊີ​ທີ ທີ່​ຈະ​ມອບ​ໃຫ້​ຫົວໜ້າ​ດ້ານ​ພາກ​ສ່ວນ​ທຸລະ​ກິດ, ບໍ​ລິ​ສັດ, ໜ່ວຍ​ງານ​ຕ່າງໆ ທີ່​ເຮັດ​ວຽກ​ງານ​ດ້ານ​ໄອ​ຊີ​ທີ​ທີ່​ມີ​ຜົນງານ​ພົ້ນ​ເດັ່ນ  ​ແລະ ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ກຸ່ມ​ສະມາຊິກ​ອາ​ຊຽນ​ເພື່ອ​ຢັ້ງຢືນ  ​ແລະ  ຍົກ​ສູງ​ຄຸນ​ນະພາ​ບ ວຽກ​ງານ​ໄອ​ຊີ​ທີ​ຂອງ​ອາ​ຊຽນ​ຂື້ນ.
              ໃນ​ປີ​ທຳ​ອິດ​ຂອງ​ການ​ແຂ່ງຂັນ ​ໄດ້​ແບ່ງ​ອອກ​ເປັນ  5  ໝວດ​ໃຫຍ​່​ໂດຍ​ແຕ່ລະ​ໝວດ​​ແມ່ນ​ຄັດ​​ເອົາ 3 ທີ​ມສຸດ​ທ້າ​ຍ​ເຂົ້​າ​ໄປສະ​ເໜີ​ຜົນງານ  ​ແລະ ຕັດສິນ​ຜົນ ງານການ​ມອບ​ລາງວັນ​ເປັນ​ໂລ​ຄຳ, ​ເງິນ  ​ແລະ ທອງຕາມ​ລຳ​ວັບ​ເຊິ​່່ງ ສປປລາວ ​ເຮ​ົາກໍ​ມີ​ສອງ​ບໍ​ລິ​ສັດ​ທ່ີ​ສົ່ງ​ຜົນງານທີ​ຊື່​ວາ e-corner  Online Magazine ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ  ​ແລະ  ໜຶ່ງ​ໃນ​ນັ້ນ  ແມ່ນ​ບໍລິສັດ ລາວ​ໄອ​ທີ​ພັດທະນາ ຈຳກັດ ​ໄດ້​ສົ່ງ​ຜົນງານ​ເຂົ້າ​ຮ່ວມ​ແຂ່ງຂັນ ແລະ ສາມາ​ດຍາ​ດໄດ້ ລາງວັນອັນດັບໜຶ່ງໃນໝວດ Digital Content. ຖືວ່າເປັນບາດ ກ້າວໃໝ່ທ່ີສະແດງໃຫ້ເຫັນວ່າ ວຽກງານດ້ານໄອຊີທີໃນ ສປປ ລາວ ພວມກຳລັງຂະຫຍາຍໂຕ ແລະ ມີການພັດທະນາທຽບເທົ່າ ບັນດາປະເທດຕ່າງໆໃນພູມມິ ພາກອາຊຽນ. ບໍລິສັດໄອທີພັດ ທະນາຈຳກັດເກີດຈາກຄວາມຄິດຄົນໄວໜຸ່ມກຸ່ມໜຶ່ງທີ່ສົນໃຈເລື່ອງໄອທີຈຶ່ງໄດ້ຕົກລົງຮ່ວມມືກັນ ສ້າງຕັ້ງບໍລິສັດຂື້ນມາເພື່ອໃຫ້ບໍລິການດ້ານໄອທີນັບທັງການພັດ ທະນາລະບົບໄອທີຕ່າງໆ, ເວັບ ໄຊ, ການອອກແບບ ແລະ ການ ຜະລິດສື່ຕ່າງໆພ້ອມທັງມີສູນເຝິກອົບຮົບໄລຍະສັ້ນ. ໃນໄລຍະຜ່ານ ມາ ບໍລິສັດເຄີຍສ້າງວາລະສານ ແລະ ສ້າງລາຍການໂທສະ ພາບກ່ຽວກັບໄອທີຊື່ວ່າ e-Corner ໂດຍໃນສ່ວນວາລະສານນັ້ນ e-Corner ຖືວ່າດເປັນວາລະສານ ໄອທີລາຍເດືອນສະບັບທຳທິດໃນລາວຕໍ່ມາໄດ້ຫັນມາເປັນວາລະ ສານຍຸກໃໝ່ເອີ້ນວ່າ e-Magazine ເຊິ່ງບໍ່ເຄີຍມີມາກ່ອນໃນປະເທດ ເຮົາ.
    ສຳລັບລາງວັນດັ່ງກ່າວນີ້ ແມ່ນຈະໄດ້ສືບຕໍ່ຈັດການແຂ່ງ ຂັນອີກໃນທຸກໆປີຕໍ່ໄປແລະເປີດ ກວ້າງໃຫ້ທຸກບໍລິສັດ, ໜ່ວຍ ງານຕ່າງໆສົ່ງຜະລິດຕະພັນຂອງຕົນເຂົ້າແຂ່ງຂັນໄດ້ດັ່ງນັ້ນຈິ່ງ ຢາກຮຽກຮ້ອງໃຫ້ບັນດາບໍລິສັດດ້ານໄອທີໃນລາວລອງສົ່ງຜົນ ງານຂອງຕົນເຂົ້າປະກວດເພື່ອ ໃຫ້ສະມາຊິກອາຊຽນໄດ້ຮັບຮູ້ ແລະຍອມຮັບເຖິງວຽກງານໄອຊີທີໃນ ສປປ ລາວ ລວມທັງລະດັບ ສາກົນອີກຕື່ມ.


No comments:

Post a Comment