Thursday, November 29, 2012

ລັດຖະບານແຈ້ງການໃຫ້ທົ່ວປະເທດສະຫລອງວັນຊາດ​ທີ 2 ທັນວາດ້ວຍ​ບັນຍາກາດ​ຟົດ​ຟື້ນ


         ຫ້ອງ​ວ່າການ​ລັດຖະບານ​ ໄດ້​ອອກ​ແຈ້ງ​ການ​ເຖິງ​ບັນດາ​ດາ​ລັດຖະມົນຕີ​ວ່າການ, ຫົວໜ້າອົງການ​ທຽບ​ເທົ່າ​ ອ້ອມ​ຂ້າງ​ສູນ​ກາງ, ທ່ານ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ ​ແລະ ບັນດາທ່ານ​ເຈົ້າ​ແຂວງ ຕະຫລອດ​ເຖິງ​ອຳ ນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໃຫ້​ພ້ອມ​ກັນ​ດຳ​ເນີນ​ການສະ​ເຫລີ​ມສະຫລອງ​ວັນຊາດ​ທີ 2 ທັນວາ ຄົບ ຮອບ 37 ປີ (2/12/1975-2/21/ 2012) ​ໃຫ້​ມີ​ບັນຍາກາດ​ຟົດຟື້ນປະຕິວັດ, ​ເຕັມ​ໄປ​ດ້ວຍ​ເນື້ອ​ໃນ ​ແລະ ມີ​ຄວາມໝາຍ​ເລິກ​ເຊິ່ງ, ທັງ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​​ໂດຍຖື​ເອົາ​ເນື້ອ​ໃນ​ສຳຄັນໃນ​ການ​ປຸກລະດົມ​ຂະ​ບວນການ​ເຄື່ອນ​ໄຫວ ປະຕິບັດໜ້າທີ່​ວຽກງານ​ຕ່າງໆຂອງ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ.

          ຫ້ອງ​ວ່າການ​ລັດຖະບານ ​ໄດ້​ເນັ້ນ​ໃຫ້​ບັນດາ​ກະຊວງ, ອົງ ການ, ນະຄອນຫລວງ ​ແລະ ບັນ ດາ​ແຂວງ ໃນທົ່ວ​ປະ​ເທດ ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ ມູນ​ເຊື້ອວັນ ຊາດ​ທີ 2 ທັນວາ ຕິດ​ພັນ​ກັບ​ກິດ ຈະກຳ​ທີ່​ຈຳ​ເປັນ ​ແລະ ມີ​ເງື່ອນ​ໄຂ​ຢູ່​ໃນ​ແຕ່​ລະ​ບ່ອນ​ ເຊັ່ນ: ການຈັດ ຕັ້ງ​ເຜີຍ​ແຜ່ຮ່ຳຮຽນ​ມູນ​ເຊື້ອ ​ແລະ ຄວາມໝາຍສຳຄັນ​ຂອງ​ວັນ​ປະ​ຫວັດ​ສາດ​ດັ່ງກ່າວ ​ໃຫ້​ພະນັກ​ງານ, ສະມາຊິກ​ພັກ, ປະຊາຊົນ ​ແລະ ຊັ້ນຄົນ​ຕ່າງໆ ​ໄດ້​ຮັບ​ຮູ້​​ເຊື່ອມ​ຊຶມຢ່າງ​ເລິກ​ເຊິ່ງ ຕິດ​ພັນ​ກັບ​ການ​ສະຫລຸບຕີ​ລາຄາ ສະ ພາບການ​ເຄື່ອນ​ໄຫວປະຕິບັດ​ວຽກງານ​ໃນ 1 ປີຜ່ານມາ ຂອງ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ ພ້ອມ​ທັງ​ວາງ​ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ໃນຕໍ່ໜ້າ. ສ້າງ​ຂະ​ບວນການ​ເຄື່ນ​ອ​ໄຫວ​ລວມກັບ​ທີ່​ ເຊັ່ນ: ການ​ອອກ​ແຮງ ງານ​ອະນາ​ໄມ​ລວມ​ໃນ​ຕົວ​ເມືອງ ​ແລະ ສະຖານ​ທີ່​ສາທາລະນະ​ໃຫ້​ມີ​ຄວາມ​ເປັນ​ລະບຽບສວຍ​ງາມ; ຈັດຕັ້ງ​ໃຫ້ການ​ນຳ​ພັກ​-ລັດຂັ້ນ ຕ່າງໆ, ລວມທັງ​ອົງການ​ຈັດຕັ້ງ ຊາວໜຸ່ມ,​ ເຍົາ ວະ​ຊົນ, ​ແມ່ຍິງ ​ໄປ​ວາງ​ພວງ​ມາລາ ຫລື​ ກະຕ່າ​ດອກ​ໄມ້ ຢູ່​ອະນຸສາ​ວະລີ​ນັກຮົບ​ນິລະ ນາມ, ອະນຸສອນ​ສະຖານ ປະ ທານ​ ໄກສອນ ພົມວິຫານ ​ແລະ ​ເຂົ້າ​ຊົມ​ສະຖານ​ດັ່ງກ່າວ​ ຊອກ​ຮູ້​ປະຫວັດສາດ​ໃຫ້​ຄົນ​ລຸ້ນຫລັງ.
          ສຳລັບ​ຂະ​ແໜງຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ຄະ​ໂຄສະນາ​ອົບຮົມ​ຕ່າງໆ ​ໃຫ້​ເອົາ​ໃຈ​ໃສ່​ໂຄສະນາ​ເຜີຍ​ແຜ່​ມູນ​ເຊື້ອ, ພາລະ​ກຳ​ປະຫວັດສາດ​ຂອງ​ພັກ, ຜົນສຳ​ເລັດ​ຂອງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດ ທະນາ​ປະ​ເທດ​ຊາດ ຕະຫລອດ​ໄລຍະ 37 ປີຜ່ານມາ ​ໂດຍ​ຜ່ານ​ສື່​ມວນ​ຊົນ ຫລື ​ໂຄສະນາ​ທາງ​ປາກ​ເປົ່າ​ຕາມ​ຄວາມ​ເໝະສົມ. ​ໃຫ້​ມີ​ການ​ປັກ​ທຸງຊາດ​ຕາມ​ສຳນັກ ງານ​ອົງການ​ຕ່າງໆ ​ແລະ ​ເຮືອນ​ປະຊາຊົນ​ຕາມ​ຄວາມ​ເໝາະສົມ ​ແລະ ກຳນົດ​ເອົາ​ວັນ​ຈັນທີ 3 ທັນ ວາ 2012 ​ເປັນ​ວັນພັກ​ທົດ​ແທນ.


No comments:

Post a Comment