Thursday, November 29, 2012

ຫວຽດນາມຕັດສິນ​ພວກ​ຄ້າ​ຢາ​ເສບ​ຕິດ ຕິດຄຸກ 60 ປີ!


        ເມື່ອ​ວັນ​ທີ 27 ພະຈິກ 2012 ຜ່ານ​ມາ, ສານ​ປະຊາຊົນ ນະຄອນ ໂຮ່ຈີ​ມິ​ງ ໄດ້ທຳການພິຈາລະນາ ຄະດີໃນເບື້ອງຕົ້ນ ຕໍ່ຜູ້ຕ້ອງ ຫາ 5 ຄົນ ຖານຄ້າຂາຍຢາເສບຕິດຜິດ ກົດໝາຍຈາກລາວເຂົ້າໄປຍັງ ຫວຽດນາມ.
     ຜ່ານການສືບສວນ ສອບສວນ ເຈົ້າໜ້າທີ່ໄດ້ຈັບ ເຈິ່ນຕິງລາກ ແຄ໋ງ, ຢູ່ເຂດເຕິນຟອງ, ຄຸ້ມ7 ນະ ຄອນໂຮ່ຈິມິງ ພ້ອມຂອງກາງ ເປັນ ເຮໂຣອິນ 2 ຫໍ່, ນ້ຳໜັກກວ່າ 8,7 ກຣາມ. ຈາກນັ້ນ ເຈົ້າໜ້າທີ່ ຕຳ ຫລວດ ຄຸ້ມ 7 ນະຄອນໂຮ່ຈີ ມິງ ໄດ້ຂະຫຍາຍຜົນ ຈິ່ງຮູ້ວ່າ ໄດ້ມີເສັ້ນທາງ ລຳລຽງ-ຄ້າ ຢາ ເສບຕິດຈາກ ລາວ ເຂົ້າໄປຍັງ ຫວຽດນາມ.
    ຕາມການໃຫ້ການຂອງ ແຄ໋ງ, ຕຳຫລວດຄຸ້ມ 7 ໄດ້ທຳການຈັບ ກຸມຜູ້ກ່ຽວຂ້ອງໃນຂະບວນການ
ປະກອບມີ: ໂງແທງຟອງ ອາຍຸ 32 ປີ,ບ້ານເກີດຢູ່ນະຄອນດ່າ ນັ໋ງ,ປະຈຸບັນຢູ່ເມືອງຍາແບ່, ນະຄອນ ໂຮ່ຈີມິງ, ລືກວາງ ອາຍຸ 36 ປີ, ຢູ່ຄຸ້ມ 4 ນະຄອນໂຮ່ຈີມິງ, ເຢືອງ ເຖມິງລວນ, ອາຍຸ 32 ປີ, ຢູ່ຄຸ້ມງໍ່ເວິບ, ນະຄອນໂຮ່ຈີມິງ, ເລີມບາວດ້າຍ, ອາຍຸ 38 ປີ, ຢູ່ ຄຸ້ມບິ່ງແທ໋ງ, ນະຄອນໂຮ່ຈີມິງ ແລະ ເຈິ່ນຕິງລາກແຄ໋ງ, ອາຍຸ 30 ປີ, ບ້ານເກີດຢູ່ເທື່ອທຽນ-ເວ້, ປັດ ຈຸບັນຢູ່ຄຸ້ມບິ່ງແທງ, ນະຄອນໂຮ່ ຈີມິງ.
       ຜ່ານການສືບສວນ, ເງແທງ ຟອງ ຍອມຮັບສາລະພາບວ່າ ແຕ່ ປີ 2006 ເຖິງ 2011, ຟອງ ປະ ກອບອາຊີບເປັນຊ່າງຕີເງິນ ຢູ່ ແຂວງ ບໍ່ແກ້ວ (ສປປ ລາວ) ແລະ ໄດ້ຕິດຢາເສບຕິດ, ສະນັ້ນຈິ່ງໄດ້ ພົບ ປະເປັນປະຈຳກັບຄົນລາວ ຜູ້ໜຶ່ງ ແຕ່ບໍ່ຮູ້ປະຫວັດຈະແຈ້ງ ເພື່ອຊື້ຢາເສບຕິດເສບ. ຫລັງຈາກ ນັ້ນ ຍ້ອນ ສະພາບເສດຖະກິດຝືດ ເຄືອງ, ພົບຄວາມຫຍຸ້ງຍາກໃນ ການທຳມາຫາກິນ, ຟອງ ໄດ້ກັບ ເມືອຫວຽດນາມ ເພື່ອຊອກຫາວິ ທີຫາກິນ ແລະ ໄດ້ຮູ້ຈັກ ລື້ງເຄີຍ ກັບ ລືກວາງ. ຈາກນັ້ນທັງ 2 ຄົນຈິ່ງໄດ້ປຶກສາຫາລື ສ້າງ ເສັ້ນ
ທາງຄ້າຂາຍຢາເສບຕິດຈາກ ລາວເຂົ້າໄປຍັງຫວຽດນາມ ໂດຍ ໃຫ້ຟອງ ມີໜ້າທີ່ມາລາວ ເພື່ອ ຊອກຊື້ຢາເສບຕິດ ກັບເມືອງຍັງ ຫວຽດນາມ ແລ້ວມອບໃຫ້ກວາງ ແບ່ງເປັນຫໍ່ນ້ອຍໆ ແລ້ວນຳ ໄປຂາຍໃຫ້ພວກຕິດຢາເສບຕິດ ເພື່ອຫາກຳໄລ. ພວກເຂົາໄດ້ຢາ ເສບຕິດ (ຢາໄອສ) ໄປແລ້ວກວ່າ 517 ກຣາມ ແລະ ເຮໂຣອິນ 50 ກຣາມ.
         ຫລັງຈາກໄດ້ພິຈາລະນາ ເຖິງຄວາມຜິດ ຂອງ ຜູ້ຕ້ອງຫາ ແລ້ວ, ສານໄດ້ຕັດສີນລົງໂທດ ໂງແທ່ງ ຟອງ ໃຫ້ຕິດຄຸກ 17 ປີ, ລືກວາງ, ຕິດຄຸກ 16 ປີ, ເຢືອງເຖ ມິງລວນ, ຕິດຄຸກ 15 ປີ ແລະ ເລິມ ບາວດ້າຍ,ຕິດຄຸກ 7 ປີ ໃນ ຄວາມ ຜິດຄ້າຂາຍຢາເສບຕິດຜິດກົດ ໝາຍ. ສ່ວນ ເຈິ່ນຕິງລາກແຄ໋ງ ໃຫ້ຕິດຄຸກ 5 ປີ ຖານມີຢາເສບ ຕິດໄວ້ໃນການຄອບຄອງ.


No comments:

Post a Comment