Wednesday, November 28, 2012

ການນຳພັກ-ລັດຮ່ວມພິທີໃສ່ບາດບຸນນະມັດສະການພະທາດຫລວງປະຈຳປີ 2012


          ໃນ​ວັນ​ທີ 28 ພະຈິກ 2012, ກົງ​ກັບ​ມື້ຂຶ້ນ 15 ຄ່ຳ​ເດືອນ 12 ເພັງ ພສ. 2555 (ເດືອນ ລາວ) ເຊິ່ງ​ເປັນ​ມື້ສຸດ​ທ້າຍ​ ຂອງ​ງານບຸນ​ນະ ມັດສະ ການ​ພະທາດ​ຫລວງ ​ໃນ​ຕອນ​ເຊົ້າ ບັນດາ​ຜູ້ນຳ​ ພັກ​-ລັດ ເຊິ່ງມີທ່ານຈູມມາລີ ໄຊຍະສອນ.       ເລຂາທິການໃຫຍ່,ປະທານປະ ເທດແຫ່ງ ສປປ ລາວ, ທ່ານ ບຸນ ຍັງວໍລະຈິດ ຮອງປະທານປະ ເທດ ແຫ່ງ ສປປ ລາວ,  ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ​ລັດຖະມົນຕີ ໄດ້​ຮ່ວມ​ກັບ​ບັນດາທ່ານ ໃນຄະນະກົມການເມືອງສູນກາງ ພັກ, ກຳມະການສູນກາງພັກ, ບັນ ດາທ່ານໃນຄະນະລັດຖະບານ , ເຈົ້າຄອງນະຄອນຫລວງ,ຮອງ ເຈົ້າຄອງ, ບັນດາພະນັກງານ, ທະຫານ, ຕຳຫລວດ ຕະຫລອດ ຮອດປະຊາຊົນ ແລະ ຊາວ​ພຸດທະ ສາສະນິກະຊົນ ທີ່​ມາຈາກ​ເຂດ​ແຂວງທົ່ວ​ປະ​ເທດ ກໍ​ຄື​ ນະຄອນ ຫລວງ​ວຽງ​ຈັນ ຫລາຍໝື່ນຄົນ ໄດ້ທຳ​ພິທີ​ໃສ່​ບາດຖວາຍ​ສັງ​ຄະ ທາ​ນ​ແດ່​ພະ​ພິຂຸສົງ​ຈຳນວນ​ຫລາຍ​
ກວ່າ5.000 ອົງພ້ອມທັງ ຟັງທຳມະເທສະໜາ ຕາມຮີດ ຄອງປະເພນີອັນດີງາມ ທີ່ມີມາ ແຕ່ດຶກດຳບັນ ທັງເປັນການລະ ນຶກເຖິງຄຸນງາມ ຄວາມດີ ແລະ ອຸທິດບຸນກຸສົນແດ່ພະເຈົ້າໄຊຍະ ເສດຖາທິຣາດ ເຊິ່ງ ເປັນຜູ້ກໍ່ສ້າງ ແລະ ປະຕິສັງຂອນພະທາດ ຫລວງ.
       ຕອນບ່າຍຂອງວັນດຽວກັນ ກໍໄດ້ ມີການແຂ່ງຂັນກິລາຕີຄີພື້ນ ເມືອງລາວທີ່ເດີ່ນພະທາດຫລວງ ລະຫວ່າງທີມ ຂອງອຳນາດການ ປົກຄອງ-ພະນັກງານແລະທີມ ຂອງປະຊາຊົນ, ສ່ວນຕອນຄ່ຳ ກໍ ມີການວຽນທຽນ ຈູດບັ້ງໄຟດອກບູຊາພະທາດຫລວງ ແລະ ຄົບງັນຕາມປະເພນີ.


No comments:

Post a Comment