Wednesday, November 28, 2012

ນັກທຸລະກິດຍີ່ປຸ່ນສົນໃຈມາລົງທຶນຢູ່ລາວໃນສຫລາຍຂະແຫນງ


        ພາຍຫລັງ​ຄະນະ​ຜູ້​ແທນ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ເມືອງ​ກາ​ວາ​ຊາ​ກິ ຂອງ​ຍີ່ປຸ່ນ 52 ທ່ານ​ໄດ້​ມາ​ຢ້ຽມຢາມ​ລາວ​ໃນ​ລະຫວ່າງ​ວັນ​ທີ 25-28 ພະຈິກ​ນີ້ ​ເຊິ່ງນຳ​ໂດຍ​ທ່ານ ​ໂອຊາ​ມິ​ຊຶ ຢາ​ມາ​ດະ ຫົວໜ້າ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ເມືອງ​ກາ​ວາ​ຊາ​ກິ ​ເຊິ່ງຄະນະ​ຜູ້​ແທນ​ດັ່ງ ກ່າວ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາ ຍົກລັດຖະມົນຕີ, ທ່ານ ນາມ ວິ​ຍາ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ສົມ​ດີ ດວງ​ດີ ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງ ທຶນ ​ໂດຍ​ໃນ​ລະຫວ່າງ​ການ​ເຂົ້າຢ້ຽມ​ຂ່ຳນັບການ​ນຳ​ລະດັບ​ສູງ​ຂອງ​ລາວ ຄື​ດັ່ງກ່າວ​ນັ້ນ, ຄະນະ​ຜູ້​ແທນ​ຍີ່ປຸ່ນ​ກໍ​ໄດ້​ຮັບ​ຟັງ​ການ​ອະ ທິບາຍ​ໂດຍ​ຫຍໍ້​ກ່ຽວ​ກັບ​ສະພາບ​ການ​ຂະຫຍາຍຕົວ​ທາງ​ເສດຖະ ກິດ​ຂອງ​ລາວ ​ໂດຍ​ສະ​ເພາະ​ສະ ພາບ​ການ​ລົງທຶນ ​ເຊິ່ງມາ​ຮອດ​ປັດຈຸບັນ, ສປປ ລາວ ​ໄດ້​ມີ​ການ​ປັບປຸງ​ນິຕິ​ກຳ​ນະ​ໂຍບາຍ​ຕ່າງໆ​ທີ່​ກ່ຽວ​ພັນ​ກັບ​ການ​ລົງທຶນ ​ແລະ ຈັດ​ສັນພື້ນຖານ​ໂຄງ​ລ່າງ​​ເຂດທີ່​ມີ​ທ່າ​ແຮງ ​ເພື່ອ​ສ້າງ​ເງື່ອນ​ໄຂ​ອັນ​ສະດວກ​ໃຫ້​ແກ່​ນັກ​ລົງທຶນ, ຫລັງ​ຈາກ​ນັ້ນ ທ່ານ ​ໂອ​ຊາ​ມິ​ຊຶ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ນຳ​ຂັ້ນສູງ​ຂອງ​ລາວ​ທີ່​ໄດ້​ໃຫ້​ກຽດ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຍີ່ປຸ່ນ​ຢ່າງ​ອົບ​ອຸ່ນ ພ້ອມ​ກັບ​ຢືນຢັນ​ວ່າ: ນັກ ທຸລະກິດ​ຍີ່ປຸ່ນ​ມີ​ຄວາມ​ສົນ​ໃຈ​ຢາກ​ມາ​
ລົງທຶນ​ຢູ່​ລາວ​ໃນ​ຫລາຍ​ຂະ​ແໜງ ​ເປັນຕົ້ນດ້ານ​ອະສັງຫາ ລິມະ​ຊັບ, ຕັດຫຍິບ, ​ໂຮງງານ​ຜະລິດ​ອາ​ໄຫລ່​ລົດ, ​ໂຮງ​ແຮມ ​ແລະ ອື່ນໆ.
    ​ໃນ​ໂອກາດ​ນີ້, ທ່ານ ​ໂອຊາ​ມິ​ຊຶ ຫົວໜ້າ​ສະພາ​ການ​ຄ້າ ​ແລະ ອຸດ ສາຫະກຳ​ເມືອງ​ກາ​ວາ​ຊາ​ກິ ​ແລະ ທ່ານ ກິດສະໜາ ວົງ​ໄຊ ປະທານ​ສະພາ​ການ​ຄ້າ​-ອຸດສາຫະກຳ​ແຫ່ງ​ຊາດ​ລາວ ​ໄດ້​ເຊັນ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ​ໂດຍ​ໃນ​ນີ້ສະພາ​ການ​ຄ້າ ​ແລະ ອຸດສາຫະ ກຳ​ຍີ່ປຸ່ນ​ເຫັນ​ດີ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ເຕັກນິກ​ວິຊາ​ການ​ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ​ແກ່​ລາວ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຂົງ​ເຂດ​ເສດຖະກິດ​ຂອງ​ລາວ​ສາມາດ​ແຂ່ງຂັນ​ກັບ​ສາກົນ​ໄດ້.
    ​ເມືອງ​ກາ​ວາ​ຊາ​ກິ​ເປັນ​ເມືອງ​ທີ່​ມີ​ພື້ນຖານ​ອຸດສາຫະກຳ​ການ​ຜະລິດ​ທີ່​ມີ​ເຕັກນິກສູງ ​ແລະ ​ເປັນ​ພື້ນຖານ​ສຳຄັນ​ທີ່​ຊຸກ​ດັນ​ການ​ຂະຫຍາຍ​​ເສດຖະກິດ​ຂອງ​ປະ​ເທດຍີ່ປຸ່ນ.
    ຂ່າວ​ຍັງ​ໃຫ້​ຮູ້​ອີກ​ວ່າ: ທ່ານ ​ໂອ ຊາ​ມິ​ຊຶ ຢາ​ມາ​ດະ ຫົວໜ້າ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​​ເມືອງ​ກາ​ວາ​ຊາ​ກິ ຍັງ​ເປັນ​ປະ ທານ​ມູນ​ນິທິ​ສົ່ງ​ເສີມ​ການ​ສຶກສາ​ຢາ​ມາ​ດະ ຍີ່ປຸ່ນ ​ເຊິ່ງ​ໃນ​ໄລຍະ 15 ປີຜ່ານ​ມາ ມູນ​ນິທິ​ດັ່ງກ່າວ​ໄດ້​ໃຫ້​ທຶນ​ການ​ສຶກສາ​ແກ່​ນັກ​ສຶກສາ​ມະ ຫາວິທະຍາ​ໄລ​ດົງ​ໂດກ​ຫລາຍ​ກວ່າ 300 ຄົນ ​ແລະ ການ​ຢ້ຽມ ຢາມ​ລາວ​ເທື່ອ​ນີ້ ​ແມ່ນ​ເທື່ອ​ທຳ​ອິດ​ຂອງ​ທ່ານ ​ໂອຊາ​ມິຊຶ ພ້ອມ​ດ້ວຍ​ນັກທຸລະກິດ​ຍີ່ປຸ່ນ​ຄະນະ​ໃຫຍ່.


No comments:

Post a Comment