Thursday, November 29, 2012

ມີຜູ້ເສຍຊີວິດ 5 ຄົນຈາກອຸປະຕິເຫດຕາມທ້ອງຖະໜົນໃນໜຶ່ງອາທິດຜ່ານມາຢູ່ນະຄອນຫຼວງວຽງຈັນ


        ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ວັນຜ່ານມາ ໄດ້ມີອຸປະຕິເຫດເກີດຂື້ນ 30 ກວ່າກໍລະນີ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ເນື່ອງຈາກເປັນໄລຍະທີ່ປະ ຊາຊົນ ໄດ້ພາກັນສະຫຼອງບຸນທາດຫຼວງຊຶ່ງເຮັດໃຫ້ມີການຈັດງານສັງສັນ ຂຶ້ນເປັນສ່ວນຫຼາຍ ແລະ ສະພາບການສັນຈອນຕິດຂັດ ຈຶ່ງເຮັດໃຫ້ ອຸປະຕິເຫດເພີ່ມຂຶ້ນຄືດັ່ງກ່າວ.
        ທ່ານ ພັນໂທ ພົມມະຈັນ ສວນບຸນມາ ຫົວໜ້າພະແນກຕຳ ຫຼວດຈະລາຈອນນະຄອນຫຼວງວຽງຈັນ ກ່າວວ່າ: ເຖິງວ່າ ໃນງານບຸນທາດຫຼວງປີນີ້ ເຈົ້າໜ້າທີ່ໄດ້ມີຄວາມ ເອົາໃຈໃສ່ໃນການປ້ອງກັນອຸປະຕິເຫດ ແລະ ລະບາຍການສັນຈອນໃຫ້ມີ ຄວາມສະດວກ ຮັບປະກັນຄວາມ
ແອອັດສັບສົນ ແຕ່ກໍ ຍັງພົບມີ ຄວາມ ຫຍຸ້ງຍາກ ເນື່ອງຈາກມີມວນຊົນຈຳນວນຫຼາຍໄດ້ຫຼັ່ງໄຫຼເຂົ້າມາ ທ່ຽວບຸນ ຊຶ່ງເຮັດໃຫ້ມີສະພາບການສັນຈອນຕິດຂັດບາງໄລຍະ ຂະນະດຽວກັນກໍມີການຈັດງານສ້າງສັນ ປັນຈຳ ນວນ ຫຼາຍຊຶ່ງມີການດື່ມສິ່ງມືນ ເມົາ ເຮັດໃຫ້ໃນໄລຍະ 5 ວັນມາ ນີ້ ໄດ້ເກີດອຸປະຕິເຫດ 30 ກ່ວາກໍ ລະນີ ສົ່ງ ຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ເຊິ່ງເຫດການພົ້ນເດັ່ນ: ໃນເວ ລາ 21 ໂມງຂອງວັນທີ 23 ພະຈິກ ນີ້ ໄດ້ເກີດອຸປະຕິເຫດ ລົດບັນ ທຸກ ພິກຂ້ວາມ ຢູ່ເຂດບ້ານ ສີຖານໃຕ້ ເມືອງ ຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ ເສຍຊີວິດຄາທີ່.
        ທ່ານ ພັນໂທ ພົມມະຈັນ ກ່າວວ່າ: ໃນໄລຍະການຈັດງານ ບຸນທາດຫຼວງປີ ນີ້ ເຫັນວ່າ ສະ ພາບອຸ ປະຕິເຫດເພີ່ມຂື້ນ ສະນັ້ນ ເຈົ້າໜ້າທີ່ຈະໄດ້ເອົາໃຈໃສ່ເພີ່ມ ທະວີມາດຕະການກວດກາ ແລະ ວາງກຳລັງ ຕັ້ງຈຸດກວດທາດມືນ ເມົາໃຫ້ຫຼາຍຂື້ນ ພ້ອມເລັ່ງໂຄສະ ນາອຸປະຕິເຫດຕາມສາຍທາງ ຕ່າງໆ ເພື່ອ ຮັບປະກັນການຈັດ ງານກິລາມະຫາໄລອາຊຽນ ແລະ ງານສົ່ງທ້າຍປີ ເກົ່າ 2012 ນີ້ ໃຫ້ ຈຳນວນອຸປະຕິເຫດຫຼດລົງ.


No comments:

Post a Comment